Germanyinlaos

Germanyinlaos Deutsche Botschaft in Vientiane, Laos
German Embassy in Vientiane, Laos
(2)

ຖະແຫຼງການຂອງຫ້ອງການກະຊວງການຕ່າງປະເທດ ກ່ຽວກັບເຫດການ ຢູ່ທະເລຈີນໃຕ້ໃນວັນທີ 20 ມິຖຸນານີ້ ໂຄສົກຂອງຫ້ອງການກະຊວງການຕ່າງປະເທດ ໄດ...
24/06/2024

ຖະແຫຼງການຂອງຫ້ອງການກະຊວງການຕ່າງປະເທດ ກ່ຽວກັບເຫດການ ຢູ່ທະເລຈີນໃຕ້

ໃນວັນທີ 20 ມິຖຸນານີ້ ໂຄສົກຂອງຫ້ອງການກະຊວງການຕ່າງປະເທດ ໄດ້ອອກຖະແຫຼງການ ກ່ຽວກັບເຫດການຄັ້ງຫຼ້າສຸດລະຫວ່າງ ໜ່ວຍງານຂອງຈີນ🇨🇳ແລະ ຟີລິບປິນ 🇵🇭 ຢູ່ທະເລຈີນໃຕ້:
ລັດຖະບານເຢຍລະມັນ 🇩🇪 ໄດ້ຈັບຕາເບິ່ງພຶດຕິກໍາຂອງຈີນຢູ່ໃນທະເລຈີນໃຕ້ ດ້ວຍຄວາມກັງວົນ ເປັນຢ່າງຫຍີ່ງ. ບົດລາຍງານ, ຮູບພາບແລະ ວິດີໂອ ຈາກເຫດການຫລ້າສຸດໃນຕົ້ນອາທິດນີ້ ເປັນເລື້ອງທີ່ໜ້າກັງວົນຕໍ່ກັບເຫດການດັ່ງກ່າວ. ຈາກການ ສະກັດກັ້ນ ແລະ ປະທະກັນກັບ ເຮືອຂອງຟີລິບປິນ 🇵🇭 ໂດຍການໃຊ້ ກຳລັງກຳປັ່ນລາດຕະເວນຂອງຈີນ ໃນລະຫວ່າງການປະຕິບັດວຽກງານ. ເຮັດໃຫ້ ລູກເຮືອຂອງຟີລິບປິນຫຼາຍຄົນໄດ້ຮັບບາດເຈັບ. ພວກເຮົາຂໍອວຍພອນ ໃຫ້ພວກເຂົາເຈົ້າທັງຫມົດ ເລົ່ານັ້ນ ໃຫ້ຊ່ວງເຊົາ ໃນໄວໆ.
ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດນ່ານນ້ຳອ້ອມຮອບ ສັນດອນ ໂທມາດສ ທີ 2 (the Second Thomas Shoal) ເຊິ່ງເປັນສ່ວນໜື່ງຂອງເຂດເສດຖະກິດສະເພາະຂອງຟີລິບປິນ🇵🇭 ຕາມການມອບໝາຍ ທີ່ມີຂໍ້ຜູກພັນໃນປີ 2016 ເຊີ່ງ ສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).
ການປະທະກັນແລະ ການກະທໍາ ທີ່ເປັນອັນຕະລາຍ ຂາດຄວາມຮັບຜິດຊອບ ເຊັ່ນເຫດການໃນວັນຈັນຜ່ານມານັ້ນ ມັນເປັນການລະເບີດ ຕໍ່ກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ແລະ ເພີ່ມຄວາມສ່ຽງ ທີ່ຈະບານປາຍ ຕໍ່ໄປ. ພ້ອມກັບພັນທະມີດສາກົນ, ປະເທດເຢຍລະມັນ 🇩🇪 ຈະສະໜັບສະໜູນ ການດໍາເນີນການຢ່າງຮອບດ້ານຕາມກົດ UNCLOS, ເສລີໃນການເດີນເຮືອ, ການແກ້ໄຂຂໍ້ພິພາດໂດຍສັນຕິວິທີ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ.
ຂໍ້ມູນພື້ນຖານ:
ຈີນ🇨🇳 ໄດ້ອ້າງ ເອົາສິດທິ ຂອງທະເລຈີນໃຕ້ ເປັນບໍລິເວນທີ່ ກວ້າງໃຫຍ່, ພ້ອມທັງເກາະ ແລະແຜ່ນດິນ ຢູ່ ໃນທະເລ. ນອກຈາກນີ້ ຍັງອ້າງເອົາ "ສິດທິຂອງຫມູ່ເກາະ" ຕໍ່ກັບກຸ່ມເກາະຫ່າງໄກສອກຫຼີກ, ລວມທັງພື້ນທີ່ໃນທະເລ ໂດຍການຄາດຄະເນ ທີ່ອ້າງອິງໃນ "ທາງປະຫວັດສາດ" ການຮຽກຮ້ອງເຫຼົ່ານີ້ບໍ່ມີພື້ນຖານທາງດ້ານກົດໝາຍສາກົນ. ເປັນເວລາຫຼາຍປີມາແລ້ວທີ່ ຈີນໄດ້ເພີ່ມທະວີຄວາມພະຍາຍາມຂອງຕົນເພື່ອສ້າງເກາະທຽມແລະເພີ່ມທະວີທາງດ້ານ ການທະຫານຂອງຕົນ.
ກຳປັ່ນຈີນໄດ້ເຂົ້າໄປໃນເຂດນ່ານນ້ຳຂອງປະເທດອື່ນໆທີ່ມີຊາຍແດນຕິດກັບທະເລຈີນໃຕ້ເລື້ອຍໆ. ເປັນເວລາຫຼາຍເດືອນແລ້ວ, ໄດ້ມີການປະທະກັນ ທີ່ເປັນອັນຕະລາຍຫຼາຍຂື້ນ ໂດຍການໃຊ້ ແສງເລເຊີ ແລະປືນຊີດແຮງດັນນໍ້າ ຍີງໃສ່ເຮືອຂອງຟີລິບປິນ 🇵🇭ເພື່ອບັງຄັບໃຫ້ເຮືອອອກໄປ ແລະ ໃນລະຫວ່າງມໍ່ໆມານີ້ ໄດ້ມີການປະທະກັນຫຼາຍຄັ້ງ. ການຂຶ້ນເຮືອຂອງຟີລິບປິນໃນວັນຈັນ, ສ້າງຄວາມເສຍຫາຍໂດຍເຈດຕະນາໃຫ້ເກີດຂື້ນກັບເຮືອແລະອຸປະກອນ ໂດຍການໃຊ້ເຄື່ອງມືອັນຕະລາຍ ແລະການຍຶດເອົາວັດຖຸທີ່ຜິດກົດຫມາຍ, ທີ່ພວກເຮົາເຫັນໄດ້ໃນວິດີໂອທີ່ ເຜີຍແພ່ອອກມາບໍ່ດົນມານີ້ ມັນໄດ້ ສະແດງໃຫ້ເຫັນເຖິງ ການໃຊ້ຄວາມຮຸນແຮງ ລະດັບໃໝ່ເພີ້ມຂື້ນ.

Federal Foreign Office statement on incidents in the South
China Sea
A Federal Foreign Office Spokesperson issued the following statement today
(20 June) on the latest incidents between Chinese 🇨🇳and Philippine 🇵🇭 units in the South
China Sea:

The German 🇩🇪 Government is watching China’s conduct in the South China Sea with deep
concern. The reports, images and videos now available on the latest incident early this week
are disturbing. Philippine🇵🇭 boats were blocked, rammed and boarded by force by Chinese
vessels during a routine supply mission. Several Philippine crew members were injured. We
wish all of them a speedy recovery.

The incident took place in the waters around the Second Thomas Shoal, which are part of
the Philippine 🇵🇭 exclusive economic zone according to the binding award of 2016 in line with
the Convention on the Law of the Sea (UNCLOS).

Dangerous and irresponsible manoeuvres and actions such as the incident on Monday run
contrary to UNCLOS and increase the risk of further escalation. Together with its
international partners, Germany 🇩🇪 will continue to advocate the comprehensive implementation
of UNCLOS, freedom of navigation, the peaceful settlement of disputes and the preservation
of peace and stability.

Background information:

China 🇨🇳claims for itself large stretches of the South China Sea, as well as island and land
formations within it. It also claims “archipelago rights” over remote island groups, as well as
supposedly “historical” maritime areas. These claims have no basis under international law.
For years now, China has been stepping up its efforts to create artificial islands and increase
its military presence.

Chinese 🇨🇳 ships are entering the waters of other states bordering the South China Sea ever
more frequently. For months, there has been a growing number of dangerous manoeuvres to
force vessels away, while lasers and water cannons have been used against Philippine 🇵🇭 boats
and, more recently, there have been several collisions. The boarding of Philippine boats on
Monday, the wilful damage done to the boats and equipment using dangerous instruments
as well as the illegal seizure of objects, which we see in the recently published videos,
represent a new level of escalation.
www.diplo.de/2664222
https://www.auswaertiges-amt.de/de/newsroom/-/2664158

A Federal Foreign Office Spokesperson issued the following statement today (20 June) on the latest incidents between Chinese and Philippine units in the South China Sea: The German Government is…

ການເດີນທາງມາຢ້ຽມຢາມ ປະເທດລາວ🇱🇦 ຄັ້ງທຳອິດຂອງ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, Tobias Lindner ໄດ້ສິ້ນສຸດລົງໃນຕອນຄໍ່າວັ...
09/06/2024

ການເດີນທາງມາຢ້ຽມຢາມ ປະເທດລາວ🇱🇦 ຄັ້ງທຳອິດຂອງ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, Tobias Lindner ໄດ້ສິ້ນສຸດລົງໃນຕອນຄໍ່າວັນທີ 3 ມິຖຸນາ 2024 ໂດຍມີງານລຽ້ງ ຕ້ອນຮັບທີ່ສວນຂອງສະຖານທູດເຢຍລະມັນ🇩🇪. ງານດັ່ງກ່າວນີ້ ມັນເປັນ ສັນຍາລັກ 60ປີ ຂອງ​ການ​ຮ່ວມ​ມື​ ເພື່ອການພັດທະນາ​ຂອງ​ເຢຍລະ​ມັນ​🇩🇪.
ນັບແຕ່ປີ 1964 ປະເທດເຢຍລະມັນ🇩🇪 ໄດ້ຢູ່ຄຽງຂ້າງ ປະເທດລາວ🇱🇦 ແລະ ກໍເປັນໜຶ່ງໃນຄູ່ຮ່ວມພັດທະນາທຳອິດຂອງປະເທດ. ຕັ້ງ​ແຕ່​ນັ້ນ​ມາ, ລັດຖະບານ​ສະຫະພັນເຢຍລະມັນ🇩🇪 ໄດ້​ໃຫ້ການ​ສະໜັບສະໜູນ​ແກ່ປະເທດ​ລາວ🇱🇦 ​ຫຼາຍ​ກວ່າ 570 ລ້ານ​ເອີ​ໂຣ. ຈຸດສຸມຂອງການພົວພັນຄູ່ຮ່ວມມືເພື່ອການພັດທະນາ ເຢຍລະມັນ🇩🇪-ລາວ🇱🇦 ກໍຍັງຄົງມີ ໃນທຸກວັນນີ້ - ຄຽງຄຄູ່ ກັນໄປກັບການສ້າງຄວາມເຂັ້ມແຂງດ້ານຊີວະນາໆພັນ, ປ່າໄມ້ ແລະ ການປົກປ້ອງດິນຟ້າອາກາດ ເຊັ່ນດຽວກັບ ການປົກຄອງທີ່ດີ ການສົ່ງເສີມການຝຶກອົບຮົມວິຊາຊີບ ເພື່ອເຮັດໃຫ້ໄວໜຸ່ມ ມີທັດຊະສີມືແຮງງານ ອັນເໝາະສົມ ກັບຕະຫຼາດແຮງງານ ຂອງປະເທດລາວ🇱🇦.

Die erste Reise von Staatsminister Tobias Lindner nach Laos endete am Abend des 3. Juni 2024 mit einem Empfang im Garten der Deutschen Botschaft🇩🇪. Diese Veranstaltung stand ganz im Zeichen von 60 Jahre deutsche Entwicklungszusammenarbeit.
Seit 1964 steht Deutschland🇩🇪 an der Seite von Laos und ist damit einer der ersten Entwicklungspartner des Landes. Seitdem hat die Bundesregierung🇩🇪 Laos🇱🇦 mit mehr als 570 Mio. Euro unterstützt. Einer der Schwerpunkte unserer deutsch🇩🇪-laotischen🇱🇦 Entwicklungspartnerschaft ist noch heute - neben der Stärkung von Biodiversität, Wald- und Klimaschutz sowie guter Regierungsführung - die Förderung von beruflicher Bildung, um junge Menschen fit für den laotischen🇱🇦 Arbeitsmarkt zu machen.

ທີ່ຫໍປະຊູມ ສະຖາບັນການຕ່າງປະເທດ, ທ່ານ Tobias Lindner, ຮອງລັດຖະມົນຕີ ໄດ້ປາຖະກາຖາ ກ່ຽວກັບ “ປະເທດເຢຍລະມັນ🇩🇪, ອາຊຽນ ແລະ ອິນໂດ...
08/06/2024

ທີ່ຫໍປະຊູມ ສະຖາບັນການຕ່າງປະເທດ, ທ່ານ Tobias Lindner, ຮອງລັດຖະມົນຕີ ໄດ້ປາຖະກາຖາ ກ່ຽວກັບ “ປະເທດເຢຍລະມັນ🇩🇪, ອາຊຽນ ແລະ ອິນໂດ ປາຊີຟິກ ຕໍ່ກັບ ຄວາມທ້າທາຍທາງພູມີສາດ ແລະ ໂອກາດໃນການຮ່ວມມື” ໃຫ້ແກ່ບັນດານັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດລາວ ແລະ ຜູ້ຕາງໜ້າຈາກກົມຕ່າງໆຂອງກະຊວງການຕ່າງປະເທດລາວ🇱🇦. ຮອງລັດຖະມົນຕີໄດ້ເນັ້ນ 3 ຫົວຂໍ້ ທີ່ທ່ານເຫັນວ່າ ເປັນໂອກາດເພື່ອ ຮັດແໜ້ນການພົວພັນຄູ່ຮ່ວມມືສອງຝ່າຍຄື: ການຄ້າ ແລະ ການລົງທຶນແບບຍືນຍົງ, ການຮ່ວມມືລະດັບພາກພື້ນ ກ່ຽວກັບບັນດາສີ່ງທ້າທາຍຂ້າມຊາຍແດນເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດ, ມົນລະພິດທາງອາກາດ ແລະ ແມ່ນ້ຳ ຫຼື ອາດຊະຍາກຳຂ້າມຊາຍແດນ ແລະ ພື້ນຖານໂຄງລ່າງ. ສຸດທ້າຍ, ທ່ານໄດ້ຕອບຄຳຖາມ ຕ່າງໆຈາກຜູ້ເຂົ້າຮ່ວມ ຮັບພັງການປາຖະກາຖາ ຂອງທ່ານ ກ່ອນທີ່ທ່ານຈະໃຫ້ສຳພາດ ຕໍ່ຜູ້ຕາງໜ້າສື່ມວນຊົນລາວ🇱🇦.

Im Institute for Foreign Affairs hielt Staatsminister Tobias Lindner vor zahlreichen Student*innen der National Universität of Laos 🇱🇦 sowie Vertretern des laotischen Außenministeriums einen Vortrag über „Deutschland🇩🇪, ASEAN und der Indo-Pazifik – geopolitische Herausforderungen und Möglichkeiten der Zusammenarbeit“. Dabei nannte der Staatsminister drei Bereiche, in denen er Chancen für eine Vertiefung der bilateralen Partnerschaft sieht: nachhaltiger Handel und Investitionen, regionale Zusammenarbeit bei grenzüberschreitenden Herausforderungen wie Klimawandel, Verschmutzung von Luft und Flüssen oder grenzüberschreitende Kriminalität sowie im Bereich Infrastruktur. Abschließend beantwortete er verschiedene Fragen der Teilnehmer*innen, die sich aus dem Vortrag ergaben, bevor er laotischen 🇱🇦Medienvertretern ein Interview gab.

-Pacific

ທີ່ຫ້ອງການ ກອງເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ (MRC) ທ່ານ Tobias Lindner, ຮອງລັດຖະມົນຕີ ໄດ້ໂອ້ລົມປຶກສາຫາລື ກັບ ທ່ານ ອານ...
08/06/2024

ທີ່ຫ້ອງການ ກອງເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ (MRC) ທ່ານ Tobias Lindner, ຮອງລັດຖະມົນຕີ ໄດ້ໂອ້ລົມປຶກສາຫາລື ກັບ ທ່ານ ອານຸລັກ ກິດຕິຄຸນ, ຫົວໜ້າ ກອງເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ (MRC) ກ່ຽວກັບຜົນກະທົບທາງດ້ານນະໂຍບາຍຄວາມໝັ້ນຄົງທີ່ມີຄວາມຫຼາກຫຼາຍ ແລະ ສິ່ງທ້າທາຍ ດ້ານນະໂຍບາຍ ສະພາບດິນຟ້າອາກາດ ໃນອະນຸພາກພື້ນແມ່ນ້ຳຂອງ. ທ່ານໄດ້ໃຫ້ຄຳໝັ້ນສັນຍາກັບ MRC ວ່າ ປະເທດເຢຍລະມັນ🇩🇪 ບໍ່ພຽງແຕ່ຈະດໍາເນີນ ຄໍາໝັ້ນສັນຍາຮອບດ້ານຂອງຕົນທີ່ມີ ເພື່ອໃຫ້ຄວາມສໍາຄັນ ອັນພົ້ນເດັ່ນຂອງ MRC ແລະ ອະນຸພາກພື້ນແມ່ນໍ້າຂອງໃນອະນາຄົດ ແຕ່ຍັງຈະສືບຕໍ່ຮັດແໜ້ນຄວາມມູ້ງໜັ້ນດັ່ງກ່າວນີ້ຕໍ່່ໄປ.

Bei der Mekong River Commission diskutierte Staatsminister Tobias Lindner mit Anoulak Kittikhoun, dem CEO der MRC, über die vielfältigen sicherheitspolitischen Implikationen und die klimapolitischen Herausforderungen in der Mekong-Subregion. Er sicherte der MRC zu, dass Deutschland🇩🇪 sein bereits umfängliches Engagement angesichts der herausragenden Bedeutung der MRC und der Mekong-Subregion in der Zukunft nicht nur fortsetzen, sondern weiter vertiefen werde.

ໃນວັນດຽວກັນນີ້ ທ່ານຮອງລັດ​ຖະ​ມົນ​ຕີ Tobias Lindner ຍັງໄດ້ມີໂອກາດ ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຢູ່​ສະ​ພາ​ແຫ່ງ​ຊາດ...
07/06/2024

ໃນວັນດຽວກັນນີ້ ທ່ານຮອງລັດ​ຖະ​ມົນ​ຕີ Tobias Lindner ຍັງໄດ້ມີໂອກາດ ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຢູ່​ສະ​ພາ​ແຫ່ງ​ຊາດ​ລາວ, ເຊິ່ງໃຫ້ກຽດການຕ້ອນຮັບ ໂດຍ ​​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຕ່າງ​ປະ​ເທດ ທ່ານສັນຍາ ປຣະເສີດ. ການສົນທະນາໃນລະດັບການເມືອງ ຄັ້ງສຸດທ້າຍ ຂອງທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດການຕ້ອນຮັບຂອງ ທ່ານ ທອງສະຫວັນ ພົມວິຫານ, ປະທານ ຄະນະພົວພັນ ຕ່າງປະເທດ ກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ.

Seine politischen Gespräche setzte Staatsminister Tobias Lindner in der laotischen Nationalversammlung fort, wo er mit dem Vorsitzenden des Auswärtigen Ausschusses Sanya Praseuth zusammentraf. Sein letztes Gespräch auf politischer Ebene führte ihn zur Laotischen Revolutionären Volkspartei. Dort begegnete er Thongsavanh Phomvihane, dem Vorsitzenden des Ausschusses für Außenbeziehungen des Zentralkomitees.

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2024, ທ່ານ ຮອງລັດຖະມົນຕີ Tobias Lindner ໄດ້ເຂົ້າພົບ ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊ...
07/06/2024

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2024, ທ່ານ ຮອງລັດຖະມົນຕີ Tobias Lindner ໄດ້ເຂົ້າພົບ ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ, ຈາກນັ້ນ ຍັງໄດ້ພົບປະ ກັບ ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາຍຫຼັງ​ການ​ແລກປ່ຽນ​ການສົນທະນາ ໃນເວລາອັນສັ້ນ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ, ການ​ສົນທະນາ​ໄດ້​ສຸມ​ໃສ່​ເປັນ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ທີ່​ເປັນ​ຈຸດ​ໃຈກາງ​ຂອງ​ການ​ເປັນ​ປະທານ​ອາ​ຊຽນຂອງ​ສປປລາວ​🇱🇦 ໃນການດໍາເນີນການ "ຄວາມ​ເຫັນ​ດີ​ເຫັນ​ພ້ອມ (ສັນທາມະຕິ) 5 ຂໍ້" ຢູ່​ ປະເທດມຽນມາ 🇲🇲 ​ແລະ ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຈີນ​ໃຕ້.
ຮອງລັດ​ຖະ​ມົນ​ຕີ Tobias Lindner ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ຄູ່​ຮ່ວມ​ມື​ທັງ​ສອງ​ປະ​ເທດ​ວ່າ: ປະເທດເຢຍ​ລະ​ມັນ🇩🇪, ໃນ​ພາ​ລະ​ບົດ​ບາດ​ຂອງ​ຕົນ​ເປັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ແລະ ການ​ປະ​ຕິ​ບັດ​ຕາມ “ຂໍ້​ແນະ​ນຳ​ສຳ​ລັບ​ອິນ​ໂດ​ປາ​ຊີ​ຟິກ” ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ອາ​ຊຽນ ແລະ ປະ​ເທດ​ສະ​ມາ​ຊິກ​ໃຫ້​ດີ​ທີ່​ສຸດ​ໃນ​ອະ​ນາ​ຄົດ.

Am Morgen des 3. Juni 2024 traf Staatsminister Dr. Tobias Lindner zunächst auf den stellvertretenden Premierminister und Außenminister Saleumxay Kommasith, dann auf Vize-Außenminister Thongphane Savanphet. Nach einem kurzen Austausch über die bilateralen Beziehungen drehten sich die Gespräche insbesondere um Themen, die im Zentrum des laotischen 🇱🇦 ASEAN-Vorsitzes stehen: die Umsetzung des „Fünf Punkte-Konsensus“ in Myanmar 🇲🇲 und die zunehmenden Spannungen im Südchinesischen Meer.
Staatsminister Tobias Lindner sicherte beiden Gesprächspartnern zu, dass Deutschland 🇩🇪 in seiner Rolle als Entwicklungspartner und ganz im Sinne der „Leitlinien zum Indo-Pazifik“ ASEAN und seine Mitgliedstaaten auch in Zukunft nach besten Kräften unterstützen wird.

ຕອນຄ່ຳວັນທີ 2 ມິຖຸນາ, ທ່ານຮອງລັດຖະມົນຕີ Tobias Lindner ໄດ້ມີໂອກາດປຶກສາຫາລື ກັບຄົນລາວ ຈໍານວນໜື່ງ ຜູ້ທີ່ມີຄວາມສຳພັນໄກ້ຊິດ ...
06/06/2024

ຕອນຄ່ຳວັນທີ 2 ມິຖຸນາ, ທ່ານຮອງລັດຖະມົນຕີ Tobias Lindner ໄດ້ມີໂອກາດປຶກສາຫາລື ກັບຄົນລາວ ຈໍານວນໜື່ງ ຜູ້ທີ່ມີຄວາມສຳພັນໄກ້ຊິດ ເປັນພິເສດ ກັບ ປະເທດເຢຍລະມັນ🇩🇪 ກ່ຽວກັບບັນຫາສິ່ງທ້າທາຍ ຫຼາຍຢ່າງ ທີ່ ສປປ ລາວ 🇱🇦 ພວມປະເຊີນໜ້າໃນປະຈຸບັນ. ເຊີ່ງການສົນທະນາ​ໄດ້​ສຸມ​ໃສ່​ ສະພາບ​ການ​ເສດຖະກິດ ​ແລະ ການ​ເງິນ ​ແລະ ສະພາບ​ການ​ໃນ​ຂະ​ແໜງ​ການ​ສຶກສາ. ທ່ານ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ໃນປະເທດມຽນມາ🇲🇲, ໃນລະດັບຄວາມສໍາຄັນ ​ຂອງ​ການ​ເປັນ​ປະທານ​ອາ​ຊຽນ , ນະ​ໂຍບາຍ ​ເຢຍລະ​ມັນ​ 🇩🇪 -ຈີນ​ 🇨🇳 ແລະ​ ຜົນ​ສະທ້ອນ​ຂອງ​ສົງຄາມ ​ຣັດ​ເຊຍ​ 🇷🇺ຢູ່​ໃນ ຢູ​ແຄຣນ 🇺🇦.

Am Abend des 2. Juni diskutierte Staatsminister Tobias Lindner mit einigen Laot*innen, die eine besonders enge Beziehung zu Deutschland haben, über die vielfältigen Herausforderungen, vor denen Laos 🇱🇦 derzeit steht. Im Vordergrund stand dabei die Wirtschafts- und Finanzlage sowie die Situation im Bildungsbereich. Außerdem tauschte er sich aus über die Lage in Myanmar 🇲🇲, die Prioritäten des ASEAN-Vorsitzes, die deutsche 🇩🇪 China 🇨🇳-Politik und die Auswirkungen von Russlands 🇷🇺Krieg in der Ukraine 🇺🇦.

ທີ່ວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ (DATC) ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ GIZ ຜ່ານໂຄງການ VELA ໃນການສະໜັບສະໜູນ ຫຼັກສູດ ກ...
06/06/2024

ທີ່ວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ (DATC) ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ GIZ ຜ່ານໂຄງການ VELA ໃນການສະໜັບສະໜູນ ຫຼັກສູດ ການຝຶກອົບຮົມເຕັກນິກກະສິກຳ, ການປູກຝັງ -ລ້ຽງສັດ ແລະ ການຊ່ວຍສ້າງ ການຮຽນຮູ້ ກະສິກໍາສີຂຽວ “Green Module” ເຂົ້າໃນຫຼັກສູດການກະເສດ, ເຊີງໃນວາລະການຢຽ້ມຢ້າມດັ່ງກ່າວ ໄດ້ມີການຕອນຮັບ ຈາກບັນດາ ນັກຮຽນຈາກໂຮງຮຽນອາຊີວະສຶກສາ ແລະ ອາສາສະໝັກຈາກ Zero Waste Laos (ZWL).
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດລາວ 🇱🇦 ວັນທີ 1 ມິຖຸນາ, ທ່ານຮອງລັດຖະມົນຕີ Tobias Lindner ໄດ້ປູກຕົ້ນໄມ້ຮ່ວມກັບນັກສຶກສາຈາກ DATC ແລະ ອາສາສະໝັກຈາກ ZWL, ເຊີ່ງມັນໄດ້ ເປັນການປະກອບສ່ວນ ເຂົ້າໃນການປູກຕົ້ນໄມ້ໃຫ້ເປັນປ່າ ຄືນໃໜ່ໃຫ້ ແກ່ປະເທດ. ປະເທດລາວ 🇱🇦 ໄດ້ປະສົບກັບການສູນເສຍການປົກຫຸ້ມຂອງປ່າໄມ້ ຢ່າງຫຼວງຫຼາຍໃນຊຸມປີ ທີ່ຜ່ານມາ ແລະ ໄດ້ວາງເປົ້າໝາຍ ໃນການຟື້ນຟຸ ປ່າໄມ້ ໃຫ້ໄດ້ 70% ໃນປີ 2030.
Zero Waste Laos 🇱🇦 ເປັນອົງການຈັດຕັ້ງທາງ ສັງຄົມ ແຫ່ງທຳອິດ ຂອງ ໄວໜຸ່ມ ເຊິ່ງມີຄວາມມຸ່ງໝັ້ນໃນການປົກປັກຮັກສາດິນຟ້າອາກາດ. ນັບຕັ້ງແຕ່ ປີ 2019, ມີໄວຫນຸ່ມຫຼາຍກວ່າ 10,000 ຄົນ ໄດ້ເຂົ້າຮ່ວມໃນກິດຈະກໍາຂອງ ZWL. ໃນປີ 2023, ອົງການ ZWL ໄດ້ປູກຕົ້ນໄມ້ 28,000 ຕົ້ນ ຢູ່ໃນ 550 ໂຮງຮຽນ ໃນບັນດາ 11 ແຂວງ ໃນປະເທດ.

Im Dongkhamxang Agriculture Technical College (DATC), das von der GIZ über das Projekt VELA bei den Ausbildungsgängen Landwirtschaft, Pflanzenbau- und Viehzuchttechnik und bei der Einführung des „Grünen Moduls“ in die landwirtschaftlichen Lehrpläne unterstützt wird, stand eine Begegnung mit Schüler*innen der Berufsschule und Freiwilligen von Zero Waste Laos (ZWL) auf dem Programm.
Anlässlich des laotischen Baumtages, der am 1. Juni in Laos 🇱🇦 gefeiert wird, pflanzte Staatsminister Tobias Lindner gemeinsam mit Schüler*innen des DATC und Freiwilligen von ZWL Bäume und leistete damit einen kleinen Beitrag zur Wiederaufforstung des Landes. Laos 🇱🇦 hat in den letzten Jahren einen erheblichen Verlust seiner Waldflächen erlitten und hat sich zum Ziel gesetzt, bis 2030 wieder 70% Bewaldung zu erreichen.
Zero Waste Laos 🇱🇦 ist die erste von jungen Menschen geführte, zivilgesellschaftliche Organisation, die sich u.a. für Klimaschutz einsetzt. Seit 2019 nahmen mehr als 10.000 Jugendliche an den Aktivitäten von ZWL teil. Im Jahr 2023 hat ZWL 28.000 Bäume in 550 Schulen in 11 Provinzen gepflanzt.

ຈາກຜົນກະທົບຂອງ ​ລະ​ເບີດ​ທີ່ຍັງບໍ່​ທັນ​ແຕກ​ໃນ​ສົງຄາມ​ລະຫວ່າງ​ປີ 1964 ຫາ 1973  ໄດ້ເຮັດໃຫ້ ມີຜູ້ຄົນ ຈໍານວນ 30,000 ຄົນ ​ໄດ້​...
06/06/2024

ຈາກຜົນກະທົບຂອງ ​ລະ​ເບີດ​ທີ່ຍັງບໍ່​ທັນ​ແຕກ​ໃນ​ສົງຄາມ​ລະຫວ່າງ​ປີ 1964 ຫາ 1973 ໄດ້ເຮັດໃຫ້ ມີຜູ້ຄົນ ຈໍານວນ 30,000 ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຫຼື​ ເສຍ​ຊີວິດ. ​ສະເລຍ ຈຳ​ນວນ​ ຄົນທີ່ຖຶກ​ບາດ​ເຈັບ​ສາ​ຫັດ ​ຫຼື ​ເສຍ​ຊີ​ວິດ​ໃຫມ່ ​ໃນ​ປັດ​ຈຸ​ບັນ​ນີ້ ແມ່ນມີ​ປະ​ມານ 20 ຄົນ​ຕໍ່​ປີ. ໃນ ຈໍານວນດັ່ງກ່າວນັ້ນ ສ່ວນຫຼາຍ ແມ່ນເດັກນ້ອຍທີ່ໄດ້ຮັບຜົນກະທົບ.
ໃນໄລຍະທີ່ ທ່ານ Tobias Lindner ຮອງລັດທະມົນຕີ ກະຊວງການຕ່າງປະເທດ, ເດີນທາງມາ ນະຄອນຫຼວງວຽງຈັນ ທ່ານໄດ້ ມີໂອກາດ ຢ້ຽມຢາມ ສູນ ຂໍ້ມູນ-ຂ່າວສານ ຄົນພິການ (COPE). ຢູ່ທີ່ນັ້ນ, ທ່ານໄດ້ມີໂອກາດ ສົນທະນາ ກ່ຽວກັບ ສະພາບ ຂອງ ລະເບີດບໍ່ທັນແຕກ UXO ແລະ ຜູ້ເຄາະຮ້າຍ ຈາກລະເບີດຝັງດິນ ເປັນຕົ້ນ ແມ່ນ ເງື່ອນໄຂ ໃນການເຄື່ອນໄຫວ ຂອງຄົນພິການໃນປະເທດລາວ 🇱🇦.



30.000 Menschen wurden während des Krieges zwischen 1964 und 1973 durch Blindgänger schwer verletzt oder kamen ums Leben. Die Anzahl an neuen Fällen von schweren Verletzungen bzw. Todesfolge liegt inzwischen bei ca. 20 pro Jahr. Es sind aber immer noch überproportional viele Kinder betroffen.
Nächste Station im Programm war das COPE Visitor Center. Dort hatte Staatsminister Tobias Lindner Gelegenheit, sich über die Situation von UXO- und Minen-Opfern sowie von Menschen mit mobilitätsbedingten Behinderungen in Laos 🇱🇦 auszutauschen.

ໃນວັນທີ 2 ແລະ 3 ມິຖຸນາ 2024 ທີ່ຜ່ານມານີ້, ທ່ານ ດຣ. Tobias Lindner, ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ເດີນທາງມາຢ້ຽມ...
06/06/2024

ໃນວັນທີ 2 ແລະ 3 ມິຖຸນາ 2024 ທີ່ຜ່ານມານີ້, ທ່ານ ດຣ. Tobias Lindner, ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ເດີນທາງມາຢ້ຽມຢາມນະຄອນຫຼວງວຽງຈັນ 🇱🇦. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ຄະນະນໍາ​ ລະ​ດັບ​ສູງ​ຈາກ​ ກະຊວງການ​ຕ່າງ​ປະ​ເທດ ຂອງເຢຍລະມັນ 🇩🇪 ​ໃນ​ຮອບ​ຫຼາຍ​ກວ່າ​ທົດ​ສະ​ວັດ. ພາຍຫຼັງທີ່ທ່ານ ໄດ້ເດີນທາງມາ​ເຂົ້າ​ຮ່ວມກອງປະຊຸມ Shangri La-Dialogue (SLD) ຢູ່​ປະເທດ ສິງກະ​ໂປ 🇸🇬. ຈຸດປະສົງ​ຂອງ​ການ​ເດີນທາງ​ໄປ​ຢ້ຽມຢາມ ນະຄອນຫຼວງວຽງຈັນ​ຄັ້ງ​ນີ້ ແມ່ນ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ລາວ 🇱🇦 -​ເຢຍລະ​ມັນ 🇩🇪 . ໃນໂອກາດ ທີ່ທ່ານໄດ້ເຂົ້າຢ້ຽມແລະ ພົບປະໂອ້ລົມ ກັບຄະນະນໍາຂັ້ນສູງຂອງ ສປປ ລາວ ແລະ ບັນດາບຸກຄົນສໍາຄັນ ຢູ່ນະຄອນຫຼວງວຽງຈັນ, ທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນ ແລະຮີບດວນ ໃນລະດັບພາກພື້ນ ແລະ ສາກົນ ພ້ອມກັນນັ້ນຍັງໄດ້ ໂອລົມ ກ່ຽວກັບ ການຮັບມື ກັບວິກິດການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນແມ່ນ້ຳຂອງ ແລະ ການພັດທະນາຢ່າງຕັ້ງໜ້າຂອງ ສະພາບການໃນ ປະເທດມຽນມາ🇲🇲.
ໃນວາລະ ການນັດພົບ ຄັ້ງທໍາອິດ ຂອງທ່ານ ໄດ້ຢ້ຽມຢາມ ອົງການ Humanity & Inclusion (HI). ຢູ່ທີ່ນັ້ນ ທ່ານ ສາມາດໄດ້ຮັບຂໍ້ມູນ ອັນເລິກເຊິ່ງກ່ຽວກັບບັນຫາລະເບີດບໍ່ທັນແຕກ ແລະລະເບີດຝັງດິນທີ່ຍັງຄົງຄ້າງຈາກສົງຄາມຕ່າງໆໃນລາວ 🇱🇦ແລະ ສິ່ງທ້າທາຍໃນການເກັບກູ້. ປະເທດ ​ເຢຍລະ​ມັນ 🇩🇪 ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ປະເທດ ລາວ​ນັບ​ແຕ່​ປີ 2023 ​ໃຫ້ແກ່ ​ໂຄງການ​ ຂອງອົງການ HI ໃນ​ຂົງ​ເຂດວຽກງານດັ່ງກ່າວນິ້.
&Inclusion

Am 2. Und 3. Juni 2024 war Dr. Tobias Lindner, Staatsminister im Auswärtigen Amt 🇩🇪 , zu Gast in Vientiane. Es war der erste Besuch eines so hochrangigen Besuchers aus dem Auswärtigen Amt seit mehr als einem Jahrzehnt. Ziel seiner Reise, die sich an eine Teilnahme am Shangri La-Dialog in Singapur 🇸🇬 anschloss war, die bilateralen Beziehungen zwischen Laos 🇱🇦 und Deutschland 🇩🇪 zu vertiefen. Bei seinen Gesprächen in Vientiane diskutierte er mit der laotischen Führung und weiteren wichtigen Persönlichkeiten des Landes drängende Fragen auf regionaler und internationaler Ebene, wie den Kampf gegen die Klimakrise in der Mekong-Region und die jüngsten dramatischen Entwicklungen in Myanmar.
Sein erster Termin führte ihn zu Humanity&Inclusion (HI). Dort konnte er sich umfassend über das weiterhin bestehende Problem von nicht-explodierten Kampfmittel und Minen aus verschiedenen Kriegen in Laos 🇱🇦 und über die Herausforderungen bei deren Räumung informieren. Deutschland 🇩🇪 unterstützt Laos seit 2023 mit einem Projekt in diesem Bereich, das von HI umgesetzt wird.

&Inclusion

ທ່ານຮູ້ບໍ່ວ່າປະເທດໃດ ເປັນປະເທດທຳອິດທີ່ເຮັດໃຫ້ ວັນເດັກນ້ອຍ ເປັນທີ່ຮູ້ຈັກ? ນັນກະຄື ປະເທດຕົວເກຍ 🇹🇷 ທີ່ໄດ້ລີ້ເລີ້ມ ໃຫ້ມີວັນເ...
03/06/2024

ທ່ານຮູ້ບໍ່ວ່າປະເທດໃດ ເປັນປະເທດທຳອິດທີ່ເຮັດໃຫ້ ວັນເດັກນ້ອຍ ເປັນທີ່ຮູ້ຈັກ? ນັນກະຄື ປະເທດຕົວເກຍ 🇹🇷 ທີ່ໄດ້ລີ້ເລີ້ມ ໃຫ້ມີວັນເດັກນ້ອຍໃນປີ 1921. ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໄດ້ມີການສະເຫຼີມສະຫຼອງ ຄັ້ງທໍາອິດ ນັບແຕ່ປີ 1950 ເປັນຕົ້ນມາ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ປີ 2024, ເອກອັກຄະລັດຖະທູດ ທ່ານນາງ Annette Knobloch ໄດ້ຖືກເຊື້ອເຊີນຈາກໂຮງຮຽນປະຖົມສົມບູນ ໂສກປ່າຫຼວງ ໃນວັນທີ 31 ພຶດສະພາ ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງປີນີ້. ສະຖານທູດວຽງຈັນຂໍອວຍພອນໃຫ້ນັກຮຽນ, ຄູ-ອາຈານ ແລະ ພໍ່ແມ່ນ້ອງນັກຮຽນ ຂອງໂຮງຮຽນປະຖົມ ສົມບູນໂສກປ່າຫຼວງ ທຸກຄົນຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ!

Wisst Ihr, welches Land das erste war, das einen Kindertag einführte? Es war die Türkei 🇹🇷 im Jahr 1921. Der Internationale Kindertag am 1. Juni wird erst seit 1950 gefeiert. Anlässlich des Internationalen Kindertages 2024 wurde Botschafterin Annette Knobloch am 31. Mai von der Grundschule Sokpalouang eingeladen, an den diesjährigen Feierlichkeiten teilzunehmen. Botschaft Vientiane wünscht allen Schüler*innen, Lehrer*innen und Eltern der Grundschule Sokpalouang schöne Sommerferien!

ພວກເຮົາມີຄວາມຍິນດີທີ່ ພວກເຮົາສາມາດ ສະໜັບສະໜູນສູນວິຊາຊີບແມ່ນໍ້າຂອງ ຢູ່ຫຼວງພະບາງWir freuen uns, dass wir das Mekong Vocati...
27/05/2024

ພວກເຮົາມີຄວາມຍິນດີທີ່ ພວກເຮົາສາມາດ ສະໜັບສະໜູນສູນວິຊາຊີບແມ່ນໍ້າຂອງ ຢູ່ຫຼວງພະບາງ

Wir freuen uns, dass wir das Mekong Vocational Center in Luang Prabang unterstützen können.

https://www.facebook.com/share/p/wPBiYDzwcdqtRJpC/?mibextid=qi2Omg

ກົດໝາຍວ່າດ້ວຍການແຂ່ງຂັນທາງດ້ານທຸລະກິດ ຂອງລາວ🇱🇦 ມີເປົ້າໝາຍ ເພື່ອສ້າງສະພາບແວດລ້ອມໃນການແຂ່ງຂັນ ເຮັດໃຫ້ລາຄາສີນຄ້າ ຕໍ່າລົງ ແລ...
24/05/2024

ກົດໝາຍວ່າດ້ວຍການແຂ່ງຂັນທາງດ້ານທຸລະກິດ ຂອງລາວ🇱🇦 ມີເປົ້າໝາຍ ເພື່ອສ້າງສະພາບແວດລ້ອມໃນການແຂ່ງຂັນ ເຮັດໃຫ້ລາຄາສີນຄ້າ ຕໍ່າລົງ ແລະ ໃຫ້ມີຄຸນນະພາບສູງຂື້ນ ພ້ອມກັນນັ້ນ ສິນຄ້າ ແລະ ການບໍລິການໃນຕະຫຼາດໃຫ້ມີຄວາມຫຼາກຫຼາຍ.
ເປົ້າໝາຍຂອງກົດໝາຍວ່າດ້ວຍການແຂ່ງຂັນ ທາງດ້ານທຸລະກິດ ຈະບັນລຸໄດ້ ຫຼື ບັນດາເປົ້າໝາຍ ເຫຼົ່ານີ້ຈະ ໄດ້ຜົນດີຍິ່ງຂຶ້ນນັ້ນ ໄດ້ມີການຈັດກອງປະຊຸຸມປຶກສາຫາລື ຄັ້ງທີ III ຂອງຄະນະກໍາມະການຄວບຄຸມການແຂ່ງຂັນ ທາງດ້ານທຸລະກິດລາວ(LCC) ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ໃນວັນທີ 21 ພຶດສະພາ ທີ່ຜ່ານມານີ້.
​ໂດຍການເປັນປະທານ ຮ່ວມຂອງ ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸນ​ເຖິງ ດວງ​ສະ​ຫວັນ ແລະ​ ເອກອັກຄະລັດຖະທູດ ເຢຍລະມັນ ທ່ານ​ນາງ Annette Knobloch, ເຊີ່ງທ່ານເອກອັກຄະລັດຖະທູດ ໄດ້ຊີ້ໃຫ້ເຫັນມວ່າ ມັນຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຜ່ານ​ຜ່າ,​ ໂດຍ​ສະ​ເພາະ​ແມ່ນບັນຫາ ການ​ຂາດ ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ​ແຫຼ່ງທຶນ. ​ປະເທດ​ເຢຍລະ​ມັນ 🇩🇪 ​ໄດ້ໃຫ້ການ​ສະໜັບສະໜູນ ປະເທດ​ລາວ 🇱🇦 ​ໃນ​ການ ນໍາໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ ທາງດ້ານທຸລະກິດ ເປັນ​ເວລາ 6 ປີແລ້ວ.

Mit dem laotischen Wettbewerbsgesetz soll ein Wettbewerbsumfeld geschaffen werden, das dazu beiträgt, die Preise niedrig zu halten sowie eine hohe Qualität und eine breite Auswahl an Waren und Dienstleistungen auf den Märkten sicherzustellen.
Ob die Ziele des Wettbewerbsrechtes erreicht wurden oder wie diese Ziele noch besser erreicht werden können, hierüber haben Angehörige des Ministeriums für Handel und Industrie am 21. Mai beim dritten Treffen der Lao Competition Commission (LCC) diskutiert.
Die Veranstaltung wurde von Vize-Minister Bountheung Douangsavanh zusammen mit Botschafterin Annette Knobloch eröffnet. Die deutsche Botschafterin wies darauf hin, dass Laos noch viele Herausforderungen zu bewältigen habe, insbesondere den Mangel an qualifiziertem Personal und an finanziellen Mitteln. Deutschland 🇩🇪 unterstützt Laos 🇱🇦 bereits seit 6 Jahren bei der Umsetzung des Wettbewerbsgesetzes.

ສະຖານທູດ​ເຢຍລະ​ມັນ​ ປະຈຳ​ນະຄອນຫຼວງ​ວຽງ​ຈັນ​ ປະກາດຮັບສະໝັບພະນັກງານ ທີເຮັດວຽກ ບໍ່ເຕັມເວລາປົກະຕິ (Part Time) 2 ຕໍາແໜ່ງ1. ພະ...
23/05/2024

ສະຖານທູດ​ເຢຍລະ​ມັນ​ ປະຈຳ​ນະຄອນຫຼວງ​ວຽງ​ຈັນ​ ປະກາດຮັບສະໝັບພະນັກງານ ທີເຮັດວຽກ ບໍ່ເຕັມເວລາປົກະຕິ (Part Time) 2 ຕໍາແໜ່ງ
1. ພະນັກງານ ສະລັບ ເຮັດວຽກ ຂ່າວສານ ແລະ ການເມືອງ
2. ພະນັກງານ​​ ແປ​ ພາສາ​ເຢຍລະ​ມັນ​- ລາວ ແລະ ລາວ​- ເຢຍລະມັນ
ຖ້າທ່ານໃດສົນໃຈ ກະລູນາ ສະໜັກໄດ້ ຮອດວັນ ທີ 20 ມີຖູນາ 2024 ຕາມລາຍ ລະອຽດ ເອກະສານ ປະກາດຮັບສະໜັກ ລູ່ມນີ້.

Die Botschaft der Bundesrepublik Deutschland in Vientiane sucht bis zum 20. Juni 2024 als Teilzeitkraft zu 50%
einen/eine Mitbearbeiter/-in für Presse und Politik und
eine/-n Übersetzer/-in für Deutsch-Laotisch, Laotisch-Deutsch

ມື້ນີ້ ແມ່ນວັນ ສະເຫຼີມສະຫຼອງວັນ ກໍາເນີດ ກົດໝາຍພື້ນຖານ ຄົບຮອບ 75 ປີ. ເຊິ່ງກົດໝາຍດັ່ງກ່າວ ໄດ້ຖຶກຮັບຮອງເອົາ ໃນວັນທີ 23 ເດືອ...
23/05/2024

ມື້ນີ້ ແມ່ນວັນ ສະເຫຼີມສະຫຼອງວັນ ກໍາເນີດ ກົດໝາຍພື້ນຖານ ຄົບຮອບ 75 ປີ. ເຊິ່ງກົດໝາຍດັ່ງກ່າວ ໄດ້ຖຶກຮັບຮອງເອົາ ໃນວັນທີ 23 ເດືອນພຶດສະພາ ປີ 1949. ກົດໝາຍ​ພື້ນຖານ​ນີ້​ແມ່ນ​ໝາກຜົນ ຂອງ​ຄວາມສຳ​ເລັດ ​ແລະ ຮັບປະກັນ​ ການ​ຢູ່​ຮ່ວມ​ກັນ​ຢ່າງ​ເສລີພາບ, ສັນຕິພາບ ​ແລະ ປະຊາທິປະ​ໄຕ​ ຢູ່​ໃນປະເທດເຢຍລະ​ມັນ​🇩🇪 ທີ່ມີມາຮອດ​ໃນປະຈຸ​ນີ້. ສີ່ງເລົ່ານີ້ບໍ່ ໄດ້ເກີດຂື້ນມາດ້ວຍຕົວມັນເອງ.
ປະຊາທິປະ​ໄຕ, ນັັ້ນໝາຍຄວາມວ່າ ທຸກຄົນ ຢູ່​ຮ່ວມ​ກັນຢ່າງ​ສະ​ເໝີ​ພາບ,​ ເປັນ​ພື້ນຖານ​ຂອງ​ການ​ຢູ່​ຮ່ວມ​ກັນ​ຢ່າງມີລະບຽບ, ມີສັນຕິພາບ ​ແລະ ການຕັດສິນໃຈດ້ວນ​ຕົນ​ເອງ ໃນທູກລະດັບ ພາຍ​ໃນ​ທົ່ວ​ປະ​ເທດ ​ແລະ ສະຫວ່າງປະເທດ. ສີ່ງເລົ່ານີ້ຈໍາເປັນຕ້ອງໄດ້ ເນັ້ນຫນັກ ໃນໂອກາດວັນຄົບຮອບ ຂອງການກໍາເນີດກົດໝາຍພື້ນຖານ.
ຄຳອະທິບາຍຂອງ​ກົດ​ໝາຍ​ພື້ນ​ຖານ​ ຂຽນໄວ້​ວ່າ ພວກ​ເຮົາ “ຢູ່ໃນຄວາມເປັນໜື່ງດຽວຂອງສະຫະພາບ​ເອີ​ລົບ ຮັບ​ໃຊ້ ​ສັນ​ຕິ​ພາບ​ຂອງ​ໂລກ”. ໂດຍສະເພາະໃນຊ້ວງເວລານິ້ ເປັນຊ້ວງເວລາ ທີ່ອາດຈະມີຄວາມເຕັມໃຈ ເພີ່ມຂຶ້ນ ທີ່ຢາກຈະທໍາລາຍກົດລະບຽບທົ່ວໄປ ແລະ ຢຽບຢໍ້າ ກ່ຽວກັບສິດທິມະນຸດ, ເຊີ່ງ ຄຳອະທິບາຍຂອງກົດໝາຍພື້ນຖານດັ່ງກ່າວນິ້ ເປັນແນວທາງ ການປະຕິບັດນະໂຍບາຍຕ່າງປະເທດຂອງພວກເຮົາ.

Heute feiert das Grundgesetz seinen 75. Geburtstag. Es wurde am 23. Mai 1949 verabschiedet. Dieses Grundgesetz ist eine Erfolgsgeschichte und sichert heute ein Zusammenleben in Freiheit, Frieden und Demokratie in Deutschland 🇩🇪. Dies ist keine Selbstverständlichkeit.
Demokratie, das heißt gleichberechtigte Teilhabe, ist die Basis des geordneten, friedlichen und selbstbestimmten Zusammenlebens auf allen Ebenen, national sowie international. Dies gilt es anlässlich des Jubiläums zu betonen.
Die Präambel des Grundgesetzes legt fest, dass wir „in einem vereinten Europa dem Frieden der Welt dienen“. Gerade in Zeiten, in denen sich die Bereitschaft auszubreiten scheint, mit gemeinsamen Regeln zu brechen und Menschenrechte mit Füßen zu treten, leitet die Präambel unser außenpolitisches Handeln.

ເພື່ອຄວາມສາມັກຄີກັບຊຸມຊົນ ທີ່ມີຄວາມແຕກຕ່າງທາງເພດ LGBTIQ* ໃນທົ່ວໂລກ, ເພາະສະນັ້ນ, ມື້ນີ້ ສະຖານທູດເຢຍລະມັນ 🇩🇪 ປະຈຳນະຄອນຫຼວງ...
17/05/2024

ເພື່ອຄວາມສາມັກຄີກັບຊຸມຊົນ ທີ່ມີຄວາມແຕກຕ່າງທາງເພດ LGBTIQ* ໃນທົ່ວໂລກ, ເພາະສະນັ້ນ, ມື້ນີ້ ສະຖານທູດເຢຍລະມັນ 🇩🇪 ປະຈຳນະຄອນຫຼວງວຽງຈັນ ຈື່ງໄດ້ຍົກ ທຸງສາຍຮຸ້ງ 🌈ໃນວັນສາກົນຕ້ານ ຄວາມແຕກຕ່າງທາງເພດ ("Le****ns, G**s, Bisexuals, Transgender, Intersex & Queers“)
ປະຊາຊົນທຸກຄົນມີສິດທີ່ຈະຮັກແລະດໍາລົງຊີວິດຕາມທີ່ເຂົາເຈົ້າຕ້ອງການ, ໂດຍບໍ່ມີການຈໍາແນກ. ສິດ​ທິ​ມະ​ນຸດ​ ແມ່ນຫຼັກການສາກົນ ​ແລະ​ແບ່ງ​ອອກ​ບໍ່​ໄດ້​ ແລະ​ທຸກຄົນມີ​ສິດເທົ່າ​ທຽມ​ກັນ. ຫຼັກການຂອງຄວາມສະເໝີພາບ ແລະ ການຫ້າມການຈຳແນກແມ່ນເປັນຫົວໃຈຂອງສິດທິມະນຸດ.
ການປົກປ້ອງ ແລະສົ່ງເສີມສິດທິມະນຸດຂອງຄວາມແຕກຕ່າງທາງເພດ LGBTIQ* ໃນທົ່ວໂລກແມ່ນສ່ວນໜຶ່ງທີ່ສຳຄັນຂອງນະໂຍບາຍສິດທິມະນຸດຂອງເຢຍລະມັນ. ດັ່ງນັ້ນ, ປະເທດ ເຢຍລະມັນ 🇩🇪, ເຊິ່ງປະຈຸບັນເປັນປະທານຮ່ວມຂອງພັນທະມິດສິດທິເທົ່າທຽມກັນກັບ ປະເທດເມັກຊິໂກ 🇲🇽, ຈະເປັນເຈົ້າພາບກອງປະຊຸມໃຫຍ່ໃນເດືອນທັນວາ 2024 ເພື່ອເຮັດວຽກກັບລັດຖະບານ ແລະ ຜູ້ມີບົດບາດ ຈາກອົງການຈັດຕັ້ງທາງສັງຄົມຈາກ 80 ກວ່າປະເທດເພື່ອລິເລີ່ມມາດຕະການໃຫມ່ ຕໍ່ກັບການໃຊ້ຄວາມຮຸນແຮງ ແລະ ການຈໍາແນກຄວາມຫູາກຫຼາຍທາງເພດ.

In Solidarität mit der weltweiten LSBTIQ*-Community hat die deutsche 🇩🇪 Botschaft Vientiane deshalb heute, am Internationalen Tag gegen Homo-, Bi-, Inter- und Transphobie bzw. -feindlichkeit, die Regenbogenfahne🌈 gehisst.
Alle Menschen haben das Recht, zu lieben und leben, wie sie möchten, und zwar ohne Diskriminierung. Menschenrechte sind universell und unteilbar und stehen allen Menschen gleichermaßen zu. Der Gleichheitsgrundsatz und das Diskriminierungsverbot sind Herzstück der Menschenrechte.
Der Schutz und die Förderung der Menschenrechte von LSBTIQ* weltweit sind ein wichtiger Bestandteil der deutschen Menschenrechtspolitik. Deshalb wird Deutschland 🇩🇪, das gemeinsam mit Mexiko 🇲🇽 derzeit den Vorsitz der Equal Rights Coalition inne hat, im Dezember 2024 eine große Konferenz ausrichten, um mit Regierungen und zivilgesellschaftlichen Akteur*innen aus über 80 Ländern neue Maßnahmen gegen Gewalt und Diskriminierung queerer Menschen auf den Weg zu bringen.

ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ສີຂຽວ Team Europe ພ້ອມດໍາເນີນການ ກັບແຜນງານ TICAF, ​ເຊິ່ງ​ໄດ້​ເລີ່​ມດຳ​ເນີນປະຕິບ...
17/05/2024

ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ສີຂຽວ Team Europe ພ້ອມດໍາເນີນການ ກັບແຜນງານ TICAF, ​ເຊິ່ງ​ໄດ້​ເລີ່​ມດຳ​ເນີນປະຕິບັດ ກ່ອນໜ້ານີ້ ​​ປະມານ 2 ​ເດືອນ​, ເຊີ່ງເປັນຊ້ວງໃນ​ໂອກາດ​ທີ່ ​ທ່ານ Jutta Urpilainen, ປະທານ​ຄະນະ​ກຳມະການ ເອີຣົບ ໄດ້ມາ​ຢ້ຽມຢາມ​.
ວັນ​ທີ 15 ພຶດສະພາ​ນີ້, ທ່ານ ທອງ​ພັດ ວົງ​ມະນີ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ ປ່າ​ໄມ້ ແລະ Ina Marčiulionytė ​ເອກ​ອັກຄະ​ລັດຖະທູດ ອີ​ຢູ​ 🇪🇺 ພ້ອມກັບ ​ເອກ​ອັກຄະ​ລັດຖະທູດ 🇩🇪 ທ່ານ​ນາງ Annette Knobloch ​ໄດ້​ເປີດ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ ເພື່ອປຶກສາຫາລື ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ແລະ ສະຖານະ​ການ​ຂອງ​ໂຄງການ​ຮ່ວມ​ມື ຂອງ​ເຢຍລະ​ມັນ „ໂຄງການປ້ອງກັນ ແລະ ນຳ​ໃຊ້​ລະບົບ​ນິ​ເວດ​ປ່າ​ໄມ້​ແລະຊີວະນາໆພັນແບບ​ຍືນ​ຍົງ“ (ProFEB), ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຂອງແຜນງານ TICAF.
ແຜນງານ TICAF ແລະ ໂຄງການ ProFEB ມັນສະແດງໃຫ້ເຫັນສຳຄັນ ຂອງຄວາມ ຕັ້ງໃຈ ທີ່ບໍ່ອິດເມື່ອຍຂອງປະເທດເຢຍລະມັນ 🇩🇪 ແລະ ສະຫະພາບເອີຣົບ 🇪🇺 ຕໍ່ກັບການພັດທະນາແບບຍືນຍົງ ແລະ ຄວາມຢູ່ດີກິນດີຂອງຄົນລຸ້ນຫຼັງ - ໃນປະເທດລາວ 🇱🇦 ແລະ ແຫ່ງອື່ນໆ.

Nachhaltige Entwicklung und grünes Wachstum – hierfür steht die Team Europe Initiative TICAF, die vor rund zwei Monaten anlässlich des Besuchs der EU Kommissarin Jutta Urpilainen gestartet wurde.
Am 15. Mai eröffnete Herr Thongphat Vongmany, Vize-Minister für Land- und Forstwirtschaft, gemeinsam mit der EU 🇪🇺 Botschafterin Ina Marčiulionytė und Botschafterin 🇩🇪 Annette Knobloch einen zweitätigen Konferenz über Fortschritte und Stand des deutschen Kooperationsprojektes „Schutz und nachhaltige Nutzung von Waldökosystemen und Biodiversität“ (ProFEB), das ein wichtiger Teil von TICAF ist.
TICAF und ProFEB sind ein wichtiges Zeichen für das unermüdliche Engagement Deutschlands 🇩🇪 und der Europäischen Union 🇪🇺 für eine nachhaltige Entwicklung und das Wohl künftiger Generationen – in Laos 🇱🇦 und darüber hinaus.

ໃນຕອນທ້າຍ ຂອງງານ ອາທິດຂອງສະຫະພາບເອີຣົບ, ໄດ້ມີການຈັດການແຂ່ງຂັນບານເຕະ ຂຶ້ນໃນວັນທີ 10 ພຶດສະພາ ລະຫວ່າງ ທີມ ສະມາຊິກຂອງ ສະຫະພາ...
16/05/2024

ໃນຕອນທ້າຍ ຂອງງານ ອາທິດຂອງສະຫະພາບເອີຣົບ, ໄດ້ມີການຈັດການແຂ່ງຂັນບານເຕະ ຂຶ້ນໃນວັນທີ 10 ພຶດສະພາ ລະຫວ່າງ ທີມ ສະມາຊິກຂອງ ສະຫະພາບເອີຣົບ 🇪🇺 ແລະ ທີມຂອງລັດຖະບານລາວ 🇱🇦.
ເຖິງວ່າ ທີມທີ່ໄດ້ຮັບໄຊຊະນະ ຈະເປັນທີມ ຂອງ ສະມາຊິກເອີຣົບກໍ່ຕາມ, ແຕ່ມັນກໍເປັນພຽງເລື່ອງເລັກນ້ອຍ ຂອງຜົນໃນການແຂ່ງຂັນ. ເພາະວ່າ ງານການແຂ່ງຂັນ​ກິລາ​ຄັ້ງ​ນີ້​ແມ່ນ ໄດ້ສະແດງໃຫ້ເຫັນ ການ​ພົວພັນ​ມິດຕະພາບ​ລະຫວ່າງ​ເອີຣົບ-ລາວ​ແລະ ການ​ຮ່ວມ​ມື​ອັນ​ດີ​ເລີດ​ລະຫວ່າງ​ເອີຣົບ-ລາວ. ສີ່ງດັ່ງກ່າວນນີ້ ແມ່ນໄດ້ຮັບຜົນສໍາເລັດຢ່າງບໍ່ຕ້ອງສົງໃສ!

Zum Abschluss der EU Woche fand am 10. Mai ein Fußballspiel zwischen Angehörigen von Team Europe und Mitgliedern der laotischen Regierung statt.

Dass der Gesamtsieg an die Mannschaft von Team Europe ging, war nur Nebensache. Bei dem Sportevent ging es darum, ein Zeichen europäisch-laotischer Freundschaft und der exzellenten Zusammenarbeit zwischen Europa 🇪🇺 und Laos 🇱🇦 zu setzen. Dies ist zweifelsohne gelungen!

ວັນ​ທີ 9 ພຶດສະພາ​ນີ້, ສໍານັກງານຜູ້ຕາງໜ້າ​ສະຫະພາບ​ເອີ​ຣົບ 🇪🇺 ຮ່ວມກັບແຂກທີ່ຖຶກເຊີນ​ໄດ້ຈັດງານສະ​ເຫຼີມສະຫຼອງ  #ວັນ​ເອີ​ຣົບ​....
15/05/2024

ວັນ​ທີ 9 ພຶດສະພາ​ນີ້, ສໍານັກງານຜູ້ຕາງໜ້າ​ສະຫະພາບ​ເອີ​ຣົບ 🇪🇺 ຮ່ວມກັບແຂກທີ່ຖຶກເຊີນ​ໄດ້ຈັດງານສະ​ເຫຼີມສະຫຼອງ #ວັນ​ເອີ​ຣົບ​. ເຊີ່ງເປັນວັນຄົບຮອບ 74 ປີຂອງ ປະຫວັດສາດການຖະແຫຼງການ Schuman: ເຊີ່ງໃນເວລາະນັ້ນ, ລັດຖະມົນຕີຕ່າງປະເທດຝຣັ່ງ 🇫🇷 Robert Schuman ໄດ້ໃຫ້ຄໍາປາໄສທີ່ປາຣີ ໃນການນໍາສະເໜີ ວິໄສທັດ ຂອງທ່ານ ກ່ຽວກັບ ການຮ່ວມມືທາງດ້ານການເມືອງຮູບແບບໃຫມ່ ໃຫ້ແກ່ສົງຄາມລະຫວ່າງປະເທດ ທີ່ຄາດຄິດໄດ້ຍາກ ໃນເອີຣົບ. ວັນເອີຣົບ ເປັນວັນທ່ີ່ເຮັດໃຫ້ພວກເຮົາ ໄດ້ລະນືກ ເຖິງຄວາມສໍາຄັນຂອງສັນຕິພາບ ແລະ ຄວາມສາມັກຄີ ໃນເອີຣົບ ແລະ ສະແດງໃຫ້ພວກເຮົາເຫັນວ່າ ສັນຕິພາບໃນປີ 2024 ບໍ່ສາມາດໄດ້ຮັບການຍອມຮັບ. ເນື່ອງໃນໂອກາດວັນເອີຣົບດັ່ງກ່າວນີ້ ທ່ານນາງ Ina Marčiulionytė ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ໄດ້ກ່າວໃນຄຳປາໄສຂອງທ່ານ ໃຫ້ບັນດາແຂກເຂົ້າຮ່ວມງານດັ່ງກ່າວ ເຊີ່ງໃນປີນີ້ ໄດ້ຈັດຂຶ້ນທີ່ຫໍວັດທະນະທຳ ທີ່ ນະຄອນຫຼວງວຽງຈັນ.

Am 9. Mai hatte die EU-Delegation 🇪🇺 dazu eingeladen, gemeinsam den zu feiern. An diesem Tag jährte sich zum 74. Mal die historische Schuman-Erklärung: Der damalige französische 🇫🇷Außenminister Robert Schuman hielt in Paris eine Rede, in der er seine Vision einer neuen Art der politischen Zusammenarbeit in Europa vorstellte, um Kriege zwischen den europäischen Nationen unvorstellbar zu machen. Der Europatag erinnert an die Bedeutung von Frieden und Einheit in Europa und führt uns auch vor Augen, dass Frieden im Jahr 2024 nicht für selbstverständlich genommen werden kann. Hieran erinnerte die EU Botschafterin in Laos Ina Marčiulionytė das Publikum in ihrer Ansprache anlässlich des diesjährigen Europatages, der in der Cultural Hall im Zentrum von Vientiane stattfand.

Address

26 Sokpalouang Road, Ban Sokpalouang, Sisattanak District
Vientiane

Opening Hours

Monday 09:00 - 12:00
Tuesday 09:00 - 12:00
Wednesday 09:00 - 12:00
Thursday 09:00 - 12:00
Friday 09:00 - 12:00

Telephone

+85621312110

Alerts

Be the first to know and let us send you an email when Germanyinlaos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Germanyinlaos:

Videos

Share

Our Story

+856 21 312 110, -111

https://vientiane.diplo.de

Code of Conduct

We do not allow any illegal activities. You cannot use this profile to publish, post, distribute, or disseminate defamatory, infringing, obscene, or other unlawful material or information. We may remove postings that are violating this Code of Conduct. We may also eject or ban any user from this profile who behaves in a manner that violates this Code of Conduct.