LAO NADO LAO NATIONAL ANTI DOPING ORGANIZATION; LAO-NADO; Anti-Doping Laos

ຫ້ອງການລາວນາໂດໄດ້ຈັດກິດຈະກໍາໃຫ້ຄວາມຮູ້ເລື່ອງສານຕ້ອງຫ້າມໃຫ້ນັກກິລາລອຍນຳ້, ເພາະກາຍ ແລະ ຢູໂດ ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດຂຶ້ນ...
15/03/2024

ຫ້ອງການລາວນາໂດໄດ້ຈັດກິດຈະກໍາໃຫ້ຄວາມຮູ້ເລື່ອງສານຕ້ອງຫ້າມໃຫ້ນັກກິລາລອຍນຳ້, ເພາະກາຍ ແລະ ຢູໂດ ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 / 03 / 2024 ທີ່ຫ້ອງປະຊຸມລາວນາໂດຊັ້ນ2 ກອງປະຊຸມຄັ້ງນີ້ໄດ້ເຮັດໃຫ້ນັກກິລາໄດ້ຮູ້ເຖິງປະຫວັດການໃຊ້ສານຕ້ອງຫ້າມ, ສິດ ແລະ ຫນ້າທີ່ຂອງນັກກິລາຕໍ່ວຽກງານຕ້ານສານຕ້ອງຫ້າມ, ຂະບວນການກວດສານຕ້ອງຫ້າມ, ຜົນກະທົບຂອງການໃຊ້ສານຕ້ອງຫ້າມ, ຂໍ້ຫ້າມທີ່ເປັນການລະເມີດລະບຽບສານຕ້ອງຫ້າມ, ລາຍການ ແລະ ວິທີການຕ້ອງຫ້າມທີ່ຫ້າມໃນ - ນອກການແຂ່ງຂັນ ແລະ ຫ້າມບາງປະເພດກິລາ, ຄວາມຮູ້ກ່ຽວກັບການກວດສະຖານະການຢາໃນລະບົບGlobal Dro ນອກນັ້ນຍັງໄດ້ໃຫ້ນັກກິລາຫລິ້ນເກມໂດຍການຈັດລຽງເນື້ອຫາຂອງຂັ້ນຕອນການກວດສານຕ້ອງຫ້າມໃຫ້ຖືກຕາມລຳດັບແລະ ຍັງໄດ້ຕອບຄຳຖາມເພື່ອປະເມີນຄວາມຮູ້ຄວາມເຂົ້າໃຈກ່ອນທີ່ຈະເຂົ້າຮ່ວມການແຂ່ງຂັນຕ່າງໆໃນລະດັບສາກົນ


The Lao Nado office organized an event to educate athletes about banned substances for swimming, bodybuilding and judo. The event was held on 13/03/2024 at the Lao Nado meeting room on the 2nd floor. This meeting made the athletes aware of the history of the use of prohibited substances, the rights and duties of athletes in anti-doping work, the process of testing banned substances, the effects of using banned substances, prohibitions that violate the rules of prohibited substances, prohibited items and methods prohibited in-out competition and banning some types of sports, knowledge about testing Drug situations in the Global Dro system also allows athletes to play the game by arranging the content of the drug screening procedure in order and also answering questions to assess the understanding before participating in various international competitions.

ໃນວັນທີ 31 ມັງກອນ 2024 ນັກກິລາສະຫະພັນລອຍນ້ໍາແຫ່ງຊາດລາວ ໄດ້ເຂົ້າຮ່ວມຝຶກອົບຄວາມຮູ້ກ໋ຽວເລື່ອງສານຕ້ອງຫ້າມໃນກິລາ ກ່ອນຈະເດີນທາ...
01/02/2024

ໃນວັນທີ 31 ມັງກອນ 2024 ນັກກິລາສະຫະພັນລອຍນ້ໍາແຫ່ງຊາດລາວ ໄດ້ເຂົ້າຮ່ວມຝຶກອົບຄວາມຮູ້ກ໋ຽວເລື່ອງສານຕ້ອງຫ້າມໃນກິລາ ກ່ອນຈະເດີນທາງເຂົ້າຮ່ວມການແຂ່ງຂັນຊິງແຊ້ມກິລາລອຍນ້ຳ ທີ່ປະເທດ ກ້າຕາ ການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້ແລະຄວາມເຂົ້າໃຈ ກ່ຽວກັບບົດບາດ ແລະ ໜ້າທີ່ຂອງນັກກິລາ, ຜູ້ສະໜັບສະໜູນນັກລາ ໃນການຫຼີ້ນກິລາທີ່ປອດໄສ ພິເສດເພື່ອປ້ອງກັນແລະຫຼຸດຜ່ອນການກະທຳທີ່ອາດຈະພາໃຫ້ເກີດການລະເມີດກົດລະບຽບກົດຕໍ່ຕ້ານການໃຊ້ສານຕ້ອງຫ້າມໃນກິລາ ແລະ ປັດໃຈຄວາມສ່ຽງຈາກການນຳໃຊ້ຢາ ແລະ ອາຫານເສີມປະເພດຕ່າງໆ
On January 31, 2024, the athletes of the Lao National Swimming Federation participated in a training session on the use of prohibited substances in sports before traveling to participate in the swimming championships in the country of Gata. This training is to create awareness and understanding of the roles and duties of athletes, supporters of athletes in playing safe sports, especially to prevent and reduce actions that may lead to violations of the rules against the use of prohibited substances in sports and risk factors from the use of drugs and various types of supplements.

ກອງປະຊຸມທາງໄກ ຮ່ວມກັບ SEARADO ແລະ DCATຄັ້ງທີໜື່ງ ຂອງປີ 2024
03/01/2024

ກອງປະຊຸມທາງໄກ ຮ່ວມກັບ SEARADO ແລະ DCATຄັ້ງທີໜື່ງ ຂອງປີ 2024

The year kicked off with SEARADO together with DCAT Doping Control Agency of Thailand (DCAT) having a zoom meeting with LAO NADO.

The main aim of the meeting was to consolidate and emphasise some key points in the area of governance/operational independence, testing , education and CCQ. A very fruitful meeting and the support provided by Mr. Thassana Trairat from DCAT is much appreciated.

May the year ahead be fruitful for everyone involved as well! 😊

06/12/2023

On 13th October, SEARADO had a meeting with member countries tapping on the WADA Testing Grant, together with Ms Cui Ying from World Anti-Doping Agency and Dr Perumal from World Anti-Doping Agency Tokyo regional office. A review was done on the statistics of Tests conducted, and any concerns or challenges raised by the member countries were also addressed. SEARADO would sincerely like to thank all Testing Coordinators from Brunei Darussalam Anti-Doping Committee (BDADC) Cambodia Anti-Doping Agency (CADA) LAO NADO MADO - Myanmar Anti-Doping Organization (MADO) for their hard work this past year, from drafting and timely submission of the RA and TDP, to conducting the tests and understanding the process to upload on ADAMS.

06/12/2023

ການຂໍອະນຸຍາດນຳໃຊ້ຢາທີ່ມີສ່ວນປະກອບສານຕ້ອງຫ້າມເພື່ຶອການປີິນປົວ ຫຼື "TUE" ຈະບອກທ່ານໝໍທີ່ປີ່ນປົວຄືແນວໃດ? ຈະຕ້ອງມີເອກະສານທາງການແພດຫຍັງແດ່.... WADA ມີຄຳຕອບ..

ແຈ້ງເຕືອນຄວາມຈຳ! ສຳລັບນັກກິລາ ຜູ້ທີ່ຈະເຂົ້າຮ່ວມການແຂ່ງຂັນກິລາ ເອຊຽນເກມ 2023... ທ່ານ ໄດ້ສຳເລັດການເຂົ້າຮຽນ ຫຼັກສູດ Interna...
28/07/2023

ແຈ້ງເຕືອນຄວາມຈຳ! ສຳລັບນັກກິລາ ຜູ້ທີ່ຈະເຂົ້າຮ່ວມການແຂ່ງຂັນກິລາ ເອຊຽນເກມ 2023... ທ່ານ ໄດ້ສຳເລັດການເຂົ້າຮຽນ ຫຼັກສູດ International Athlete Levels " IAL" ຜ່ານລະບົບ ADEL ແລ້ວ ຫຼື ຍັງ.

ການລົງເຜີຍແຜ່ຄວາມຮູ້ກ່ຽວກັບສານຕ້ອງຫ້າມ ໃຫ້ແກ່ນັກສືກສາ ພາກວິຊາ ຄະນະວິທະຍາສາດການກິລາ ຈັດຂື້ນທີ່ ມະຫາວິທະຍາໄລ ແຫ່ງຊາດ
27/07/2023

ການລົງເຜີຍແຜ່ຄວາມຮູ້ກ່ຽວກັບສານຕ້ອງຫ້າມ ໃຫ້ແກ່ນັກສືກສາ ພາກວິຊາ ຄະນະວິທະຍາສາດການກິລາ ຈັດຂື້ນທີ່ ມະຫາວິທະຍາໄລ ແຫ່ງຊາດ

ຫ້ອງການຕ້ານການໃຊ້ສານຕ້ອງຫ້າມໃນກິລາແຫ່ງຊາດລາວ (LAO NADO)  ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການໃຫ້ຄວາມຮູ້ເລື່ອງສານຕ້ອງຫ້...
31/05/2023

ຫ້ອງການຕ້ານການໃຊ້ສານຕ້ອງຫ້າມໃນກິລາແຫ່ງຊາດລາວ (LAO NADO) ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການໃຫ້ຄວາມຮູ້ເລື່ອງສານຕ້ອງຫ້າມໃນກິລາ ໃນຊ່ວງ ທ້າຍເດືອນ ພືດສະພາ ຜ່ານມາ ໃຫ້ແກ່ບັນດານັກກິລາຄົນພິການ ຂອງສະຫະພັນກິລາຄົນພິການແຫ່ງຊາດ ປະເພດຕ່າງໆ ທີ່ກະກຽມເຂົ້າຮ່ວມແຂ່ງຂັນກິລາ ອາຊຽນພຣາເກມ 12 ທີ່ປະເທດກຳປູເຈຍ ເຊີ່ງການການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເລີ່ມແຕ່ວັນທີ 11 ຫາ 15 ພືດສະພາ 2023 ໂດຍທີມງານຫ້ອງການຕ້ານການໃຊ້ສານຕ້ອງຫ້າມໃນກິລາແຫ່ງຊາດລາວ ໄດ້ລົງແຕ່ລະສະຖານທີ່ຝຶກຊ້ອມໃນແຕ່ລະສະຖານຕ່າງໆ ດັ່ງລາຍລະອຽດລຸ່ມນີ້:
1. ໄດ້ຈັດຂຶ້ນທີ່ເດີ່ນກິລາເຟຣາຣີ ມີນັກກິລາ ບານເຕະຄົນພິການຕາ ພ້ອມດ້ວຍຄູຝຶກເຂົ້າຮ່ວມ ທັງໝົດ 15ທ່ານ
2. ສະໜາມກິລາຫຼັກ 16 ມີນັກກິລາລອຍນຳ້ຄົນພິການ ພ້ອມດ້ວຍຄູຝຶກເຂົ້າຮ່ວມທັງໝົດ 9 ທ່ານ (ພາກບ່າຍ)
ວັນທີ 12 ພຶດສະພາ 2023
1. ໄດ້ຈັດຂຶ້ນທີ່ສະໂມສອນຄະນະກຳມະການໂອແລມປິກແຫ່ງຊາດລາວ ມີນັກກິລາໂກນບານຄົນພິການຕາ ພ້ອມດ້ວຍຄູຝຶກ ເຂົ້າຮ່ວມທັງໝົດ 8 ທ່ານ (ພາກເຊົ້າ)
2. ຈັດຂຶ້ນທີ່ສູນກິລາໃນຮົ່ມ ບຶງຂະຫຍອງ ມີນັກກິລາ ບອດ໋ເຊຍ ຄົນພິການ ພ້ອມດ້ວຍຄູຝຶກເຂົ້າຮ່ວມທັງໝົດ 5 ທ່ານ (ພາກບ່າຍ) 13:30 ຫາ 15:00
3. ຈັດຂຶ້ນທີ່ສູນຟື້ນຟູຄົນພິການ ຖະໜົນຄູວຽງ ມີນັກກິລາບານບ້ວງລໍ້ເລື່ອນ ພ້ອມດ້ວຍຄູຝຶກເຂົ້າຮ່ວມທັງໝົດ 11ທ່ານ (ພາກບ່າຍ) 15:30 ຫາ 17:00
ວັນທີ 15 ພຶດສະພາ 2023
1. ໄດ້ຈັດຂຶ້ນທີ່ສະໂມສອນຄະນະກຳມະການໂອແລມປິກແຫ່ງຊາດ ມີນັກກິລາແລ່ນ-ລານຄົນພິການ ແລະ ນັກກິລາຍົກນຳ້ໜັກຄົນພິການ ພ້ອມດ້ວຍຄູຝຶກ ແລະ ແພດກິລາເຂົ້າຮ່ວມທັງໝົດ 9 ທ່ານ
ການລົງເຜີຍແຜ່ຄັ້ງນີ້ນັກກິລາຄົນພິການແຫ່ງຊາດລາວ ໄດ້ຮັບຮູ້ ແລະ ເຂົ້າໃຈໂດຍພື້ນຖານກ່ຽວກັບສິດໜ້າທີ່ຂອງອົງການຕ້ານການໃຊ້ສານຕ້ອງຫ້າມໂລກ, ສິດໜ້າທີ່ຂອງຫ້ອງການຕ້ານການໃຊ້ສານຕ້ອງຫ້າມລະດັບຊາດ, ສິດໜ້າທີ່ຄວາມຮັບຜິດຊອບຂອງນັກກິລາຕໍ່ວຽກງານຕ້ານການໃຊ້ສານຕ້ອງຫ້າມ ແລະ ຕໍ່ອົງການຕ້ານການໃຊ້ສານຕ້ອງຫ້າມຕ່າງໆ ແລະ ລະບຽບຕ້ານສານຕ້ອງຫ້າມຂອງຄະນະກຳມະການຈັດການແຂ່ງຂັນ ກ່ອນທີ່ຈະເຂົ້າຮ່ວມການແຂ່ງຂັນກິລາອາຊຽນພຣາເກມ ຄັ້ງທີ່ 12 ທີ່ປະເທດກຳປູເຈຍ

ກິດຈະກຳ ການຕັ້ງບູດເຜີຍແຜ່ຂໍ້ມູນໃຫ້ຄວາມຮູ້ກ່ຽວກັບສານຕ້ອງຫ້າມ ໃນງານຊີເກມ ຄັ້ງທີ 32
16/05/2023

ກິດຈະກຳ ການຕັ້ງບູດເຜີຍແຜ່ຂໍ້ມູນໃຫ້ຄວາມຮູ້ກ່ຽວກັບສານຕ້ອງຫ້າມ ໃນງານຊີເກມ ຄັ້ງທີ 32

ສຳເລັດໄປອີກ ພາລະກິດ ກຽວກັບການລົງເຜີຍແຜ່ຄວາມຮູ້ກຽ່ວກັບສານຕ້ອງຫ້າມໃນກິລາ ໃຫ້ນັກກິລາຄົນພິການ ກ່ອນເຂົ້າການແຂ່ງຂັນກິລາ ອາຊຽນພ...
14/05/2023

ສຳເລັດໄປອີກ ພາລະກິດ ກຽວກັບການລົງເຜີຍແຜ່ຄວາມຮູ້ກຽ່ວກັບສານຕ້ອງຫ້າມໃນກິລາ ໃຫ້ນັກກິລາຄົນພິການ ກ່ອນເຂົ້າການແຂ່ງຂັນກິລາ ອາຊຽນພຣາກຽມ

ພາລະກິດໄກ້ເກັບຕົວຢ່າງໃນງານກິລາ ຊີເກມ ຄັ້ງທີ 32 ຍັງເຫຼືອອີກ 2ວັນ ກໍຈະສີ້ນສຸດລົງແລ້ວ …
14/05/2023

ພາລະກິດໄກ້ເກັບຕົວຢ່າງໃນງານກິລາ ຊີເກມ ຄັ້ງທີ 32 ຍັງເຫຼືອອີກ 2ວັນ ກໍຈະສີ້ນສຸດລົງແລ້ວ …

ໃນວັນທີ 11/05/2023 ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວໄດ້ເຮັດກິດຈະກຳລົງເຜີຍແຜ່ຂໍ້ມູນການສືກສາໃຫ້ຄວາມຮູ້ແກ່ນັກກິລາ ຄົນພ...
11/05/2023

ໃນວັນທີ 11/05/2023 ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວໄດ້ເຮັດກິດຈະກຳລົງເຜີຍແຜ່ຂໍ້ມູນການສືກສາໃຫ້ຄວາມຮູ້ແກ່ນັກກິລາ ຄົນພິການ ປະເພດກິລາບານເຕະ ແລະ ລອຍນ້ຳ ກ່ອນເຂົ້າຮ່ວມການແຂ່ງຂັນກິລາ ອາຊຽນພຣາເກມ ທີ່ປະເທດ ກຳປູເຈຍ.
NADO

Para Swimming Federation
Para football Federation

ເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມ "DCO" 02 ທ່ານ ຈາກ ສຳນັກງານຄວບຄຸມຕ້ານສານຕ້ອງຫ້າມແຫ່ງຊາດລາວ LAO NADO ໄດ້ເປັນສ່ວນໜື່ງຂອງເຈົ້າໜ...
10/05/2023

ເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມ "DCO" 02 ທ່ານ ຈາກ ສຳນັກງານຄວບຄຸມຕ້ານສານຕ້ອງຫ້າມແຫ່ງຊາດລາວ LAO NADO ໄດ້ເປັນສ່ວນໜື່ງຂອງເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມຂົງເຂດພາກພື້ນ "RDCO" ໄປເຄື່ອນໄຫວເກັບຕົວຢ່າງ ໃນງານມະຫາກະແຂ່ງຂັນກິລາ ຊີເກມ ຄັ້ງທີ32 ທີ່ປະເທດ ກະປູເຈຍ.
02 Doping Control Officer "DCO" from Lao Anti Doping teams be apart of Regional Doping Control Officer "RDCO" to conducting Collection Samples on the 32nd SEA Game, in CAMBODIA.


Anti-Doping Agency

LAO NADO ໄດ້ສົ່ງພະນັກງານຄວບຄຸມສານຕ້ອງຫ້າມ Doing Control Offer "DCO" ຈຳນວນ 02 ທ່ານ ,🛫🇱🇦 ✈️🛬🇰🇭ເພື່ອເຂົ້າຮ່ວມເຄື່ອນໄຫວເຮັດວ...
04/05/2023

LAO NADO ໄດ້ສົ່ງພະນັກງານຄວບຄຸມສານຕ້ອງຫ້າມ Doing Control Offer "DCO" ຈຳນວນ 02 ທ່ານ ,🛫🇱🇦 ✈️🛬🇰🇭ເພື່ອເຂົ້າຮ່ວມເຄື່ອນໄຫວເຮັດວຽກເປັນເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມໃນຂົງເຂດພາກພື້ນ Regional Doping Control Officer "RDCO" ເພື່ອລົງເກັບຕົວຢ່າງໃນງານການແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ຈະໄດ້ເປີດການແຂ່ງຂັນຢ່າງເປັນທາງການແຕ່ວັນທີ 5-18 ພືດສະພາ 2023, ທີ່ ລາຊະນາຈັກ ກຳປູເຈຍ ເປັນເຈົ້າພາບ.

ກຽມພ້ອມປະຕິບັດໜ້າທີ່... ຂອງຕົນໃຫ້ສຳເລັດ.

ການລົງເຜີຍແຜ່ໃຫ້ຄວາມຮູ້ເລື່ຶອງສານຕ້ອງຫ້າມໃນກິລາ ກ່ອນເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ໃຫ້ນັກກິລາ ສະຫະພັນບານເຕະແຫ່ງຊາດລ...
04/04/2023

ການລົງເຜີຍແຜ່ໃຫ້ຄວາມຮູ້ເລື່ຶອງສານຕ້ອງຫ້າມໃນກິລາ ກ່ອນເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ໃຫ້ນັກກິລາ ສະຫະພັນບານເຕະແຫ່ງຊາດລາວ ວັນທີ 17 ມີນາ 2023.
The Anti Doping Education session before SEA game 32 to Lao Football Federation By LAO NADO team on 17/3/2023.

ໃນວັນທີ 16 / 3 / 2023 ທີມງານການໃຫ້ຄວາມຮູ້ເລື່ອງສານຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ໄດ້ລົງເຜີຍແຜ່ການໃຫ້ຄວາມຮູ້ຄວາມເ...
24/03/2023

ໃນວັນທີ 16 / 3 / 2023 ທີມງານການໃຫ້ຄວາມຮູ້ເລື່ອງສານຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ໄດ້ລົງເຜີຍແຜ່ການໃຫ້ຄວາມຮູ້ຄວາມເຂົ້າໃຈໃນວຽກງານຕ້ານການໃຊ້ສານຕ້ອງຫ້າມໃນກິລາໃຫ້ແກ່ ນັກກິລາ ກະຕໍ້, ເປຕອງ, ໂວວິນນາມ ແລະ ເທຄວັນໂດ ທີ່ຈະເຂົ້າຮ່ວມການແຂ່ງຂັນມະຫາກຳກິລາຊີເກມ 2023 ຄັ້ງທີ32
On March 16, 2023. The Education team of Lao NADO had a Anti Doping Education workshop to Lao athletes with Lao Sepaktakraw federation; Lao Pentangue federation;
Lao Vovinam Federation & Lao Taekwondo Federation before attending the 32nd SEA game, 2023

ໃນວັນທີ 15 /3 / 2023 ຜ່ານມາ ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກ່ຽວກັບການເຜີຍແຜ່ການໃຫ້ຄວາມຮູ້ຄວາມເຂົ້...
22/03/2023

ໃນວັນທີ 15 /3 / 2023 ຜ່ານມາ ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກ່ຽວກັບການເຜີຍແຜ່ການໃຫ້ຄວາມຮູ້ຄວາມເຂົ້າໃຈໃນວຽກງານຕ້ານການໃຊ້ສານຕ້ອງຫ້າມໃນກິລາໃຫ້ແກ່ ນັກກິລາ ແລ່ນ-ລານ, ເທັນນິດ,ລົດຖີບ ທີ່ຈະເຂົ້າຮ່ວມການແຂ່ງຂັນມະຫາກຳກິລາຊີເກມ 2023 ຄັ້ງທີ32 ທີ່ປະເທດກຳປູເຈຍ;
On March 15, 2023. The LAO NADO hold the Anti Doping Education to National athlets such as Lao Athletic federation; Lao cycling federation & Lao Tennis Federation before attending the 32nd SEA game, 2023
#ສະຫະພັນກິລາແລ່ນ

ການເຄື່ອນໄຫວແລກປ່ຽນບົດຮຽນສ້າງຄວາມເຂັ້ມແຂງບຸກຄະລາກອນ ຕ້ານສານຕ້ອງຫ້າມແຫ່ງຊາດລາວ ຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳເຄື່ອນໄຫວ ຝຶ...
22/02/2023

ການເຄື່ອນໄຫວແລກປ່ຽນບົດຮຽນສ້າງຄວາມເຂັ້ມແຂງບຸກຄະລາກອນ ຕ້ານສານຕ້ອງຫ້າມແຫ່ງຊາດລາວ ຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳເຄື່ອນໄຫວ ຝຶກອົບຮົມວຽກງານຄວບຄຸມການໃຊ້ສານຕ້ອງຫ້າມໃນກິລາ ໃນຄັ້ງວັນທີ 20-23 ກຸມພາ 2023 ທີ່ສຳນັກງານຄວບຄຸມຕ້ານສານຕ້ອງຫ້າມໃນກິລາແຫ່ງປະເທດໄທ

ໃນເດືອນມັງກອນ ຜ່ານມາພະນັກງານຈາກສຳນັກງານຫ້ອງການຕ້ານສານຕ້ອງຫ້າມໃນກິລາ ຈຳນວນ 04 ທ່ານ ໄດ້ເຂົ້າຮ່ວມເຄື່ອນໄຫວແລກປ່ຽນບົດຮຽນ ໃນກ...
01/02/2023

ໃນເດືອນມັງກອນ ຜ່ານມາພະນັກງານຈາກສຳນັກງານຫ້ອງການຕ້ານສານຕ້ອງຫ້າມໃນກິລາ ຈຳນວນ 04 ທ່ານ ໄດ້ເຂົ້າຮ່ວມເຄື່ອນໄຫວແລກປ່ຽນບົດຮຽນ ໃນການໃຫ້ຄວາມຮູ້ເລື່ອງສານຕ້ອງຫ້າມໃນກິລາ ແລະ ການຮຽນຮູ້ໃນຂະບວນການເກັບຕົວຢ່າງກັບທີມງານການໃຫ້ຄວາມຮູ້ເລື່ອງ ສານຕ້ອງຫ້າມ ແລະ ທີມງານ ຄວບຄຸມສານຕ້ອງຫ້າມແຫ່ງປະເທດໄທ ໂອກາດ ງານມະຫາກຳກິລາວິທະຍາໄລ ຄັ້ງທີ48 ຈັດຂື້ນທີ່ຈັງຫວັດ ອຸດອນ ປະເທດໄທ.

In January, 04 LAO NADO staffs attending 48th Thailand University Game that hold at Udon Thani during 21-30 January. For learning experience with DCAT Doping Control Agency of Thailand teams, as well at on Education teams & Testing teams of DCAT.

ຂອບໃຈທີ່ທາງ Southeast Asia RADO ແລະ Japan Anti-Doping Agency ທີ່ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນປະສົບການໃນການສ້າງກິລາທີ່ປອດໄ...
22/12/2022

ຂອບໃຈທີ່ທາງ Southeast Asia RADO ແລະ Japan Anti-Doping Agency ທີ່ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນປະສົບການໃນການສ້າງກິລາທີ່ປອດໄສ ແລະ ເປີດໂອກາດໃຫ້LAO NADOເຂົ້າຮ່ວມແລກປ່ຽນບົດຮຽນດ້ານວຽກງານຕ້ານສານຕ້ອງຫ້າມ…

18/12/2022

🏆ຂໍເຊີນຊວນໃຫ້ນັກກິລາ,ຜູ້ສະຫນັບສະຫນູນກິລາ ແລະ ມວນຊົນອື່ນໆທີ່ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດຄັ່ງທີ XI ທີ່ແຂວງຊຽງຂວາງຫັນມາຫລີ້ນກິລາທີ່ປອດໃສ ປາສະຈາກການໃຊ້ສານຕ້ອງຫ້າມທຸກຮູບແບບ
👉ການຫລີ້ນກິລາເພື່ອຄວາມສາມັກຄີ
👉ເພື່ອສຸຂະພາບ
👉ເພື່ອຄວາມມ່ວນຊື່ນ
ທີ່ສຳຄັນແມ່ນຕ້ອງຫລີກລ່ຽງການໃຊ້ສານຕ້ອງຫ້າມຕາມລະບຽບຂອງອົງການຕ້ອງຫ້າມແຫ່ງຊາດລາວ ແລະ ອົງການຕ້ານສານຕ້ອງຫ້າມໂລກ🏅

ຂະບວນເດີນສວນສະໜາມ ກ້ອນກຳລັງຂອງຫ້ອງການ ຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດ ໃນງານພິທີເປີດມະຫາກຳກິລາແຫ່ງຊາດຄັ້ງທີ XI, ຊຽງຂວາງເກມ
14/12/2022

ຂະບວນເດີນສວນສະໜາມ ກ້ອນກຳລັງຂອງຫ້ອງການ ຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດ ໃນງານພິທີເປີດມະຫາກຳກິລາແຫ່ງຊາດຄັ້ງທີ XI, ຊຽງຂວາງເກມ

ປະມວນພາບຊ້ອມເດີນຂະບວນ🎊 ກ້ອນກຳລັງທີມງານຕ້ານສານຕ້ອງຫ້າມແຫ່ງຊາດ ໃນພິທີເປີດ ງານກິລາແຫ່ງຊາດ ຄັ້ງທີ XI.Overview Practicing par...
10/12/2022

ປະມວນພາບຊ້ອມເດີນຂະບວນ🎊 ກ້ອນກຳລັງທີມງານຕ້ານສານຕ້ອງຫ້າມແຫ່ງຊາດ ໃນພິທີເປີດ ງານກິລາແຫ່ງຊາດ ຄັ້ງທີ XI.

Overview Practicing parade procession of LAO NADO for before opening ceremony of the National Games XI

ໃນວັນທີ 21-26 ພະຈິກ2022 ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ຫລື LAO NADO ໄດ້ຈັດການຝຶກອົບຮົມການໃຫ້ຄວາມຮູ້ກ່ຽວກັບວຽກສາ...
26/11/2022

ໃນວັນທີ 21-26 ພະຈິກ2022 ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ຫລື LAO NADO ໄດ້ຈັດການຝຶກອົບຮົມການໃຫ້ຄວາມຮູ້ກ່ຽວກັບວຽກສານຕ້ອງຫ້າມ ແລະ ການຮັບຮອງເຈົ້າໜ້າທີ່ກວດສານຕ້ອງຫ້າມ “DCO” ໃຫ້ບຸກຄະລາກອນໃນວຽກງານຕ້ານສານຕ້ອງຫ້າມ ພາຍໃຕ້ໂຄງການ”ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຕ້ານສານຕ້ອງຫ້າມ ແລະ ຍົກສູງປະສິດທີພາບໃຫບຸກຄະລາກອນ ທີ່ຮັບຜິດຊອບບັນດາໜ້າວຽກຕ່າງໆ ວຽກງານສານຕ້ອງຫ້າມຢູ່ໃນ ສປປ ລາວ, ທີ່ໄດ້ດຳເນີນໂດຍ ຊ່ຽວຊານຈາກອົງການຕ້ານສານຕ້ອງຫ້າມແຫ່ງປະເທດໄທ DCAT Doping Control Agency of Thailand “DCAT” ແລະ ອົງການຕ້ານສານຕ້ອງຫ້າມປະຈຳຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ Southeast Asia RADO ໂດຍໄດ້ຮັບການສະໜັບສະໜູນຈາກກອງທືນລົບລ້າງການໃຊ້ສານຕ້ອງຫ້າມໃນກິລາ “Fund for Elimination of Doping on Sports”ຈາກອົງການ UNESCO.





ກອງປະຊຸມ ຄະນະບໍລິຫານງານ ອົງການຕ້ານສານຕ້ອງຫ້າມປະຈຳຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ SEARADO ຈັດຂື້ນຜ່ານລະບົບທາງໄກ ຄັ້ງວັນທີ 18 ...
25/10/2022

ກອງປະຊຸມ ຄະນະບໍລິຫານງານ ອົງການຕ້ານສານຕ້ອງຫ້າມປະຈຳຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ SEARADO ຈັດຂື້ນຜ່ານລະບົບທາງໄກ ຄັ້ງວັນທີ 18 ຕຸລາ 2022

The 2022 SEARADO Board Meeting was held virtually on 18th October, attended by all Member Country Representatives (MCRs), as well as, the respective countries Operations Points of Contacts (OPCs) and other observers. SEARADO would like to thank all presenters and attendees. Wide range of topics were covered including updates from WADA; 31st SEA Games Report; Code Compliance Questionnaire: Experience and Learning points; Update on upcoming 32nd SEA Games.

Dr Patrick Goh, Chairman, SEARADO also presented on the updated Constitution;

Director General, SEARADO and Member of Anti-Doping Commission Olympic Council of Asia provided all MCRs an update on SEARADO’s Annual Operation plan from 2021 to 2023, and also gave a briefing on the upcoming ASIAN Games.

The efforts of SEARADO Member Countries is greatly appreciated and we look forward to greater collaboration between Member Countries to Play True in sports.

On July 14, 2022 The LAO NADO had arranged Anti Doping workshop for Para Athletes and Coach before attending the  11th A...
15/07/2022

On July 14, 2022 The LAO NADO had arranged Anti Doping workshop for Para Athletes and Coach before attending the 11th ASEAN; ໃນວັນທີ 14 ມິຖຸນາ 2022 ຫ້ອງການຕ້ານສານຕ້ອງຫ້າມແຫ່ງຊາດລາວ ໄດ້ຈັດຝຶກອົບໃຫ້ຄວາມຮູ້ກ່ຽວກັບວຽກງານສານຕ້ອງຫ້າມ ໃຫ້ແກ່ນັກກິລາຄົນພິການ, ຄູຝຶກ ກ່ອນເດີນທາງເຂົ້າຮ່ວມການແຂ່ງຂັນໃນງານກິລາ ອາຊຽນພາຣາເກມ;

ກອງປະຊຸມປະກາດການແຕ່ງຕັ້ງ ຄະນະກຳມະການຈັດການຜົນ RMC, ຄະນະກຳມະການອະຍາດນຳໃຊ້ຢາທີ່ມີສ່ວນປະກອບສານຕ້ອງຫ້າມເພື່ຶອການປີ່ນປົວ TUEC...
30/06/2022

ກອງປະຊຸມປະກາດການແຕ່ງຕັ້ງ ຄະນະກຳມະການຈັດການຜົນ RMC, ຄະນະກຳມະການອະຍາດນຳໃຊ້ຢາທີ່ມີສ່ວນປະກອບສານຕ້ອງຫ້າມເພື່ຶອການປີ່ນປົວ TUEC ແລະ ປຶກສາຫາລືບັນດາໜ້າວຽກຕ່າງໆຂອງວຽກງານຕ້ານສານຕ້ອງຫ້າມແຫ່ງຊາດ NADO ຈັດຂື້ນໃນ ຄັ້ງວັນທີ 9 ມິຖຸນາ 2022 ທີ່ຫ້ອງປະຊຸມ ຄະນະກຳມະການໂອແລມປິກແຫ່ງຊາດລາວ

Address

Khounboulom Road, Chanthaboury District, ChaoAnouvong Stadium Areas
Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621255168

Alerts

Be the first to know and let us send you an email when LAO NADO posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to LAO NADO:

Videos

Share


Other Government Organizations in Vientiane

Show All