Lao FLEGT Standing Office Lao-EU FLEGT VPA Process

Lao FLEGT Standing Office Lao-EU FLEGT VPA Process Contact information, map and directions, contact form, opening hours, services, ratings, photos, videos and announcements from Lao FLEGT Standing Office Lao-EU FLEGT VPA Process, Government Organization, Vientiane.

21/03/2024

Let’s protect the forest for our lives and future generations
ຈົ່ງພ້ອມກັນປົກປັກຮັກສາປ່າໄມ້ເພື່ອຊີວິດ ແລະ ອະນາຄົດລູກຫຼານຂອງພວກເຮົາ

12/12/2023
10/11/2023
[English Below]ການແລກປ່ຽນບົດຮຽນ ທາງດ້ານວິຊາການ ກ່ຽວກັບ ລະບົບຄໍ້າປະກັນໄມ້ທີ່ຖືກກົດໝາຍ ຢູ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2...
10/11/2023

[English Below]
ການແລກປ່ຽນບົດຮຽນ ທາງດ້ານວິຊາການ ກ່ຽວກັບ ລະບົບຄໍ້າປະກັນໄມ້ທີ່ຖືກກົດໝາຍ ຢູ່ປະເທດອິນໂດເນເຊຍ

ໃນລະຫວ່າງວັນທີ 23 ຫາ 27 ຕຸລາ 2023, ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການ GIZ ແລະ ທະນາຄານພັດທະນາ ຂອງປະເທດສະຫະພັນເຢຍລະມັນ (KfW) ແລະ ການໃຫ້ຄວາມອຳນວຍຄວາມສະດວກ ໂດຍ ສະຖາບັນປ່າໄມ້ ຂອງສະຫະພາບເອີຣົບ (EFI), ຄະນະຜູ້ແທນ ຝ່າຍ ສປປ ລາວ ທີ່ມີຕົວແທນ ຈາກກົມກວດກາປ່າໄມ້ ຮ່ວມກັບ ບັນດາຕົວແທນ ຈາກບັນດາຂະແໜງການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມທັງ ພາກທຸລະກິດປຸງແຕ່ໄມ້ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ໄປທັດສະນະສຶກສາ ແລກປ່ຽນບົດຮຽນທາງດ້ານວິຊາການ ຢູ່ປະເທດອິນໂດເນເຊຍ ກ່ຽວກັບ ນະໂຍບາຍ ໃນການສ້າງ ແລະ ການຈັດຕັ້ງປະຕິບັດ ລະບົບຄໍ້າປະກັນໄມ້ທີ່ຖືກກົດໝາຍ ຂອງປະເທດ ອິນໂດເນເຊຍ.
ສຳລັບຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ຂອງພວກເຮົາ:
https://flegtlaos.com/technical-exchange-on-timber-legality-assurance-system-in-indonesia/

Technical exchange on timber legality assurance system in Indonesia

From 23rd to 27th October 2023, with the support from GIZ and German Development Bank (KfW), and facilitated by European Forest Institute (EFI), the Delegation of Lao PDR with representatives from Department of Forest Inspection together with representatives from other line sectors at central and local levels including wood processing business and civil society organization conducted a study tour to Indonesia on technical exchange on the policy development and implementation of Indonesia timber legality assurance system (ITLAS).

For the further information, please check on our website:
https://flegtlaos.com/technical-exchange-on-timber-legality-assurance-system-in-indonesia/

15/08/2023
ໂດຍການສະໜັບສະໜູນຈາກ ProFEB, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມ ການເຜີຍແຜ່ ລະບົບຄໍ້າປະກັນໄມ້ທີ່ຖືກຕ...
21/07/2023

ໂດຍການສະໜັບສະໜູນຈາກ ProFEB, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມ ການເຜີຍແຜ່ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຫຼື ລະບົບ TLAS ເປັນເວລາ 1 ວັນ ໃຫ້ແກ່ ບັນດາ ນັກທຸລະກິດອຸດສາຫະກຳປຸງແຕ່ງ ໄມ້ເອກະຊົນ 38 ທ່ານ ໃນວັນທີ 7 ກໍລະກົດ 2023 ທີ່ທ່າລາດ. ແຂວງວຽງຈັນ. ໂຮງງານອຸດສະຫະກໍາປຸງແຕ່ງໄມ້ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມາຈາກບັນດາແຂວງພາກກາງເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ ແລະ ແຂວງ ຄຳມ່ວນ. ການເຜີຍແຜ່ ກ່ຽວກັບ ລະບົບ TLAS ຊ່ວຍໃຫ້ ບັນດາໂຮງງານອຸດສາຫະກຳປຸງແຕ່ງໄມ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບ: (i) ແນວຄວາມຄິດ ແລະ ຂໍ້ກຳນົດຂອງລະບົບTLAS; ການກຳນົດ ແລະ ການພັດທະນາຂອງ ລະບົບTLAS; ແລະ (iii) ການຈັດຕັ້ງປະຕິບັດ ລະບົບTLAS.ລະບົບ TLASຂອງ ສປປ ລາວ ໄດ້ຮັບການ ພັດທະນາຂື້ນຕາມຂໍ້ກໍານົດຂອງ ກົດໝາຍປ່າໄມ້ ມາດຕາ 43. ຕ້ອງຮັບປະກັນວ່າໄມ້ທັງໝົດທີ່ໄດ້ຜ່ານ ການຂຸດຄົ້ນ, ສໍາຫຼວດ, ເຄື່ອນຍ້າຍ, ນໍາເຂົ້າ, ຊື້ ຂາຍ, ປຸງແຕ່ງ ຈໍາໜ່າຍພາຍໃນ ແລະ ສົ່ງອອກ ແມ່ນຖືກຕ້ອງຕາມກົດໝາຍ.

ສຳລັບຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ຂອງພວກເຮົາ
https://flegtlaos.com/lo/timber-legality-assurance-system-tlas-outreach-to-private-sector-of-wood-processing-industries-for-central-provinces-of-lao-pdr/

With financial support from ProFEB, the Lao National Chamber of Commerce and Industry (LNCCI) held a one-day outreach workshop on TLAS for 38 participants of private sector wood processing industries on 07 July 2023 in Thalath, Vientiane province. Participating factories came from central provinces such as Vientiane Capital, Vientiane, Xaysomboun, Bolikhamsay, Khammouane Provinces. The outreach of the TLAS enabled the wood processing industries to clearly understand the: (i) TLAS concept and requirements, (ii) identification and development of Lao TLAS, and (iii) the TLAS operation. The TLAS is being developed based on the requirements of Art. 43 of the Forestry Law, making sure that all timber that is produced, transported, processed, sold domestically, and exported is legal.

For further information, please check on our website: https://flegtlaos.com/timber-legality-assurance-system-tlas-outreach-to-private-sector-of-wood-processing-industries-for-central-provinces-of-lao-pdr/

ໃນລະຫວ່າງວັນທີ 06-07 ມິຖຸນາ 2023 ກົມກວດກາປ່າໄມ້ ໄດ້ດຳເນີນການຝືກອົບຮົມ ສ້າງຄວາມອາດສາມາດ ໃນການນໍາໃຊ້ ເຕັກໂນໂລຍີທີທັນສະໄໝດ້...
06/06/2023

ໃນລະຫວ່າງວັນທີ 06-07 ມິຖຸນາ 2023 ກົມກວດກາປ່າໄມ້ ໄດ້ດຳເນີນການຝືກອົບຮົມ ສ້າງຄວາມອາດສາມາດ ໃນການນໍາໃຊ້ ເຕັກໂນໂລຍີທີທັນສະໄໝດ້ານ digital ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ໂດຍສະເພາະແມ່ນຫ້ອງການປະສານງານ FSO ຈັດຂຶ້ນຢູ່ທີ່ ເມືອງວັງວຽງ ແຂວງວຽງຈັນ

[English Below]ທ່ານຮູ້ຈຸດປະສົງ ຂອງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ບໍ່ ແມ່ນເພື່ອຮັບປະກັນວ່າ ໄມ້ ຫຼື ຜະລິດຕະພັ...
28/04/2023

[English Below]

ທ່ານຮູ້ຈຸດປະສົງ ຂອງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ບໍ່ ແມ່ນເພື່ອຮັບປະກັນວ່າ ໄມ້ ຫຼື ຜະລິດຕະພັນໄມ້ ທີ່ສົ່ງອອກຈາກບັນດາປະເທດຄູ່ຮ່ວມການຄ້າໄມ້ ໄປຍັງຕະຫຼາດEU ແມ່ນຕ້ອງໄດ້ຜະລິດ ໃຫ້ສອດຄ່ອງຕາມ ນິຕິກໍາຂອງປະເທດ. ລະບົບ TLAS ມີ 5 ອົງປະກອບຫຼັກຄື:

1. ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD)
2. ການຄຸ້ມຄອງຕ່ອງໂສ້ການສະໜອງໄມ້
3. ການກວດກາຢັ້ງຢືນຄວາມຖືກຕ້ອງ
4. ໃບອະນຸຍາດ FLEGT
5. ການປະເມີນຜົນ ແບບເອກະລາດ

ສຳລັບຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ຂອງພວກເຮົາ:
https://flegtlaos.com/lao-tlas/

Do you know that the purpose of a Timber Legality System (TLAS) is to ensure that timber or timber products exported from partner countries to the EU have been produced in compliance with national legislations. There are five main components to a TLAS:

1. Timber Legality Definition (TLD)
2. Timber Supply Chain Control
3. Verification of Compliance
4. FLEGT License
5. Independent Evaluation

For the further information, please check on our website:
https://flegtlaos.com/lao-tlas/

[English Below]ໃນເດືອນ ມີນາ 2023, ຄະນະຮັບຜິດຊອບດ້ານວິຊາການ (TWG) ຈາກພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ...
26/04/2023

[English Below]

ໃນເດືອນ ມີນາ 2023, ຄະນະຮັບຜິດຊອບດ້ານວິຊາການ (TWG) ຈາກພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມ ເພື່ອທົບທວນຄືນຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບບັນດາອົງປະກອບຂອງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ແລະ ຍັງໄດ້ຮ່ວມກັນສືບຕໍ່ປັບປຸງຮ່າງເອກະສານຊ້ອນທ້າຍ TLAS ສະບັບທີ 6.0. ບັນດາຄໍາຄິດເຫັນຂອງຄະນະຮັບຜິດຊອບດ້ານວິຊາການດັ່ງກ່າວ ຈະໄດ້ຖືກນຳມາສະຫຼຸບ-ສັງລວມຄືນ ໂດຍຫ້ອງການປະສານງານ ແຜນງານ FLEGT ໃຫ້ເປັນສະບັບຮ່າງທີ່ມີຄວາມສົມບູນ ແລະ ຂໍທິດຊີ້ນຳເພີ່ມຕື່ມຢູ່ໃນກອງປະຊຸມຄະນະກຳມະການ ຮັບຜິດຊອບຊຸກຍູ້ ການເຈລະຈາ (NSDC) ແລະ ນຳໄປເຈລະຈາຄັ້ງຕໍ່ໄປກັບສະຫະພາບເອີຣົບ (EU).

ສຳລັບຂໍ້ມູນເພີ່ມຕື່ມ, ທ່ານສາມາດເຂົ້າໄປເບິ່ງທີ່ທາງເວັບໄຊທ໌ຂອງພວກເຮົາ:
https://flegtlaos.com/flegt-vpa-stakeholders-finalize-input-to-the-draft-tlas-v6-0/

In March 2023, TWG members from the government, private sector and civil society organization gathered for a meeting to review the progress of consultation of single TLAS elements and jointly worked on the development of v6.0 of the TLAS Annex of VPA. The Technical Working Group (TWG) comments will be taken into account by the FLEGT Standing Office to develop a comprehensive draft for NSDC consultation and further negotiation with the EU.

Further information please check the link:
https://flegtlaos.com/flegt-vpa-stakeholders-finalize-input-to-the-draft-tlas-v6-0/

[English Below]ໃນລະຫວ່າງ ວັນທີ 23 – 24 ກຸມພາ 2023 ທີ່ຜ່ານມາ, ໂຄງການ ProFEB ໄດ້ດຳເນີນການຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ເ...
11/03/2023

[English Below]

ໃນລະຫວ່າງ ວັນທີ 23 – 24 ກຸມພາ 2023 ທີ່ຜ່ານມາ, ໂຄງການ ProFEB ໄດ້ດຳເນີນການຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າຫນ້າທີ່ປ່າໄມ້ ຈາກ ກົມກວດກາປ່າໄມ້ ຢູ່ທີ່ເມືອງ ວັງວຽງ, ແຂວງວຽງຈັນ. ຈຸດປະສົງຂອງການຝຶກອົບຮົມດັ່ງກ່າວ ແມ່ນ: 1). ເພື່ອສ້າງຄວາມເຂົ້າໃຈ ແລະ ຮູ້ກ່ຽວກັບ ປະຫວັດຄວາມເປັນມາ ແລະ ຄວາມຄືບໜ້າຂອງແຜນງານ FLEGT VPA ແລະ ລະບຽບການໃໝ່ຂອງ ສະຫະພາບເອີຣົບ ກ່ຽວກັບ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້, 2). ສ້າງຄວາມສາມາດ ທາງດ້ານວິຊາການ ໃຫ້ເຈົ້າຫນ້າທີ່ປ່າໄມ້ ກ່ຽວກັບລະບົບ TLAS, ແລະ 3). ປຶກສາຫາລື ກ່ຽວກັບ ໜ້າທີ່ໃນການກວດກາ ແລະ ກວດກາຢັ້ງຢືນຄວາມຖືກຕ້ອງ ຂອງເຂົາເຈົ້າ ໃນ ລະບົບ TLAS.

On 23-24 February 2023, onboarding training on FLEGT VPA was conducted by ProFEB for 20 staff from the Department of Forest Inspection (DOFI) in Vang Vieng, Vientiane Province. The objectives of the training were to:
1. Update the DOFI staff on the background and progress of FLEGT VPA and the new EU regulation on Deforestation-free commodities.
2. Train the DOFI staff on the technical TLAS.
3. Discuss their inspection and verification functions in the Lao TLAS.

[English Below]ກອງປະຊຸມ ຝຶກອົບຮົມ ການພັດທະນາທັກສະຄວາມອາດສາມາດດ້ານດິຈິຕໍ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 📅 21-22 ກຸມພາ 2023 ທີ່ເ...
10/03/2023

[English Below]

ກອງປະຊຸມ ຝຶກອົບຮົມ ການພັດທະນາທັກສະຄວາມອາດສາມາດດ້ານດິຈິຕໍ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 📅 21-22 ກຸມພາ 2023 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ, ເຊິ່ງມີຈຸດປະສົງເພື່ອ ແນະນໍາ ວິທີການນຳໃຊ້ພື້ນຖານ ກ່ຽວກັບ ເວັບໄຊ້ FLEGT, ເຟກບຸກ FLEGT, ລະບົບ SharePoint, ລະບົບ MS Teams ແລະ ການນຳໃຊ້ ອີເມວ ເຂົ້າໃນການບໍຫານຈັດການຂໍ້ມູນທີ່ຕິດພັນກັບວຽກງານ FLEGT. ຢູ່ໃນລະຫວ່າງຝຶກອົບຮົມ, ນັກວິທະຍາກອນ ໄດ້ຝຶກຕົວຈິງໃນການນຳໃຊ້ລະບົບດັ່ງກ່າວ ແລະ ໄດ້ມີການປຶກສາຫາລື ວ່າຈະມີວິທີການຈັດສັນຂໍ້ມູນ FLEGT ຄືເເນວໃດ ແລະ ຕົກລົງກັນກ່ຽວກັບ ເນື້ອຫາທີ່ຈຳເປັນ, ຂັ້ນຕອນການປະສານງານໃນການສັງລວມຂໍ້ມູນ ແລະ ແຜນຕໍ່ໜ້າ ໃນການຈັດການຂໍ້ມູນໃຫ້ເປັນລະບົບ.

The digital capacity development training took place from 21-22 February 2023, which aims to introduce the basic use of the FLEGT website, FLEGT Facebook, SharePoint, MSTeams and Email in the management of information related to FLEGT work. During the workshop, participants can practice using the mentioned digital tools. In addition, the team have discussed how to structure FLEGT information and agree on the necessary content, the coordination process for data compilation, and the following plan to manage the information systematically.

[English Below]ໃນລະຫວ່າງ ວັນທີ 30 ມັງກອນ ຫາ ວັນທີ  02 ກຸມພາ 2023 ແລະ ວັນທີ  6  ຫາ ວັນທີ 10  ກຸມພາ 2023, ຄະນະວິທະຍາສາດປ່າ...
13/02/2023

[English Below]

ໃນລະຫວ່າງ ວັນທີ 30 ມັງກອນ ຫາ ວັນທີ 02 ກຸມພາ 2023 ແລະ ວັນທີ 6 ຫາ ວັນທີ 10 ກຸມພາ 2023, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມກ່ຽວກັບ ວຽກງານຄຸ້ມຄອງການປຸງແຕ່ງໄມ້ໃຫ້ຜູ້ປະກອບການພາກເອກະຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ຕາມລຳດັບ. ການຝຶກອົບຮົມນີ້ ແມ່ນມີເປົ້າໝາຍ ເພື່ອສ້າງຄວາມອາດສາມາດ ກ່ຽວກັບວຽກງານຄຸ້ມຄອງການຜະລິດພາຍໃນໂຮງງານ, ການນຳໃຊ້ໄມ້ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂອງໄມ້ ທີ່ນຳເຂົ້າມາປຸງແຕ່ງພາຍໃນໂຮງງານຂອງເຂົາເຈົ້າ.

On 30 January – 02 February 2023 and 6 – 10 February 2023, the woodworks trainings, led by the Faculty of Forestry Science, National University of Laos, for private sector operators was conducted in Vientiane Capital and Luang Prabang, respectively. The training has built the capacity for wood processing operators to improve their internal management system to effectively use timber and ensure timber legality in their wood business.

ກອງປະຊຸມປຶກສາຫາລື ເພື່ອກະກຽມການສ້າງນິຕິກໍາກ່ຽວກັບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ຮິບ ໄດ້ຈັດຂຶ້ນຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສ...
23/12/2022

ກອງປະຊຸມປຶກສາຫາລື ເພື່ອກະກຽມການສ້າງນິຕິກໍາກ່ຽວກັບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ຮິບ ໄດ້ຈັດຂຶ້ນຢູ່ທີ່ ນະຄອນ
ປາກເຊ ແຂວງ ຈໍາປາສັກ ວັນທີ 21 - 23 ເດືອນ ທັນວາ ປີ 2022.

——————-0———————

Technical workshop on the development of preliminary draft regulations of timber supply chain control for confiscated timber (TLD5) took place in Pakse, Champasack Province from 21 - 23 Dec 2022.

[ English below ]ໃນລະຫວ່າງວັນທີ 6 ຫາວັນທີ 8 ທັນວາ ທີ່ຜ່ານມາ, ຄະນະຜູ້ແທນລາວ ຕາງໜ້າຈາກ ກະຊວງ ກະສິກຳ ເເລະ ປ່າໄມ້, ກະຊວງ ອຸດ...
12/12/2022

[ English below ]

ໃນລະຫວ່າງວັນທີ 6 ຫາວັນທີ 8 ທັນວາ ທີ່ຜ່ານມາ, ຄະນະຜູ້ແທນລາວ ຕາງໜ້າຈາກ ກະຊວງ ກະສິກຳ ເເລະ ປ່າໄມ້, ກະຊວງ ອຸດສາຫະກຳ ແລະ ການຄ້າ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມກອງປະຊຸມພາກພື້ນ ຄັ້ງທີ 8 ກ່ຽວກັບ ລະບົບການຄໍ້າປະກັນໄມ້ ທີ່ຖືກຕ້ອງຕາມກົດໝາຍ (TLA) ຢູ່ ນະຄອນ ໂຮ່ຈີມິນ ຫວຽດນາມ. ໃນລະຫວ່າງກອງປະຊຸມ, ສປປ ລາວ ໄດ້ແລກປ່ຽນ ຜົນສຳເລັດ ແລະ ປະສົບການໃນການພັດທະນາ ລະບົບການການຄໍ້າປະກັນໄມ້ ທີ່ຖືກຕ້ອງຕາມກົດໝາຍ (TLAS) ຢູ່ລາວ ກັບບັນດາປະເທດສະມາຊິກອາຊຽນ. ສປປ ລາວ ມີຄວາມມຸ່ງໝັ້ນສືບຕໍ່ສົ່ງເສີມໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ສືບຕໍ່ຂະບວນການ FLEGT-VPA ກັບສະຫະພາບເອີຣົບ. ກອງປະຊຸມແມ່ນການເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ແລກປ່ຽນດ້ານວິຊາການລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກ່ຽວກັບເລື່ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນການ FLEGT ໃນອາຊຽນ 2016-2025.

ທ່ານ ສາມາດອ່ານຂໍ້ມູນເພີ່ມຕື່ມກ່ຽວກັບວຽກງານ FLEGT ໄດ້ທີ່ ເວັບໄຊທ໌ ຂ້າງລຸ່ມນີ້ 👇🏼:

https://flegtlaos.com/

———————-0————————-

From 6th to 8th December a delegation from Laos represented by MAF, MOIC, Private Sector and Civil Society join the 8th Regional Workshop on Timber Legality Assurance in Ho Chi Minh City Vietnam. During the workshop Laos shared their achievements and experiences with the development of the Lao TLAS with other ASEAN member states. Lao reconfirmed it’s commitment to timber legality and the continuation of the FLEGT-VPA process with the EU. The workshop is enhancing the regional cooperation and technical exchange among ASEAN member states on the subject of legality assurance and contributes to the implementation of the FLEG workplan in ASEAN 2016-2025.

For more information about FLEGT, please follow this link below 👇🏼

https://flegtlaos.com/

[English Below] ສະບາຍດີ ມື້ນີ້ພວກເຮົາຈະມາອ່ານບົດສໍາພາດນ້ອງນັກຮຽນຍິງ ຈາກຄະນະວິທະຍາສາດປ່າໄມ້ກ່ຽວກັບຄວາມຮູ້ສຶກຕໍ່ກັບ ບົດບາດ...
29/11/2022

[English Below] ສະບາຍດີ ມື້ນີ້ພວກເຮົາຈະມາອ່ານບົດສໍາພາດນ້ອງນັກຮຽນຍິງ ຈາກຄະນະວິທະຍາສາດປ່າໄມ້ກ່ຽວກັບຄວາມຮູ້ສຶກຕໍ່ກັບ ບົດບາດຍິງຊາຍທີ່ຕິດພັນກັບວຽກງານປ່າໄມ້. ບົດສໍາພາດຈະເປັນແນວໃດນັ້ນ ທ່ານສາມາດອ່ານໄດ້ທີ່ຂ້າງລຸ່ມນີ້ໄດ້ເລີຍ 👇🏼

ທັກອິນ ອິນທະລາສີ ປະຈຸບັນ ເປັນນັກສຶກສາປະລິນຍາໂທ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ. ນອກຈາກນັ້ນ ທັກອິນ ຍັງກຳລັງສຶກສາ ກ່ຽວກັບ ສັດເຄິ່ງບົກເຄິ່ງນໍ້າ ເຊິ່ງເປັນສ່ວນໜຶ່ງຂອງໂຄງການຄົ້ນຄວ້າ ບົດນິພົນປະລິນຍາໂທ ຂອງລາວ. ມີບາງຄັ້ງ ລາວເຫັນວ່າມັນເປັນສິ່ງທ້າທາຍສໍາລັບແມ່ຍິງ ໃນວຽກງານປ່າໄມ້, ເພາະຫລາຍຄົນເຊື່ອວ່າວຽກງານປ່າໄມ້ສ່ວນໃຫຍ່ ເເມ່ນເເທດເໝາະກັບເພດຊາຍຫລາຍກວ່າ ໂດຍສະເພາະວຽກງານລົງພາກສະໜາມ, ເຂົ້າປ່າ. ເຖິງຢ່າງໃດກໍຕາມ, ສຳລັບໂຕລາວເເລ້ວ ລາວຊໍ້າພັດມີຄວາມສຸກ ແລະ ມ່ວນຫຼາຍ ກັບການສຶກສາ ນິເວດວິທະຍາ ແລະ ການອະນຸລັກປ່າໄມ້ ແລະ ການໄດ້ໄປທັດສະນະສຶກສາຢູ່ພາກສະໜາມ ເປັນຈໍານວນຫຼາຍມື້ໃນທຸກໆ 4 ເດືອນ. ໃນເວລາທີ່ລາວເຂົ້າຮຽນ ທີ່ຄະນະວິທະຍາສາດປ່າໄມ້ ໃນປີ 2012, ຈໍານວນນັກຮຽນຍິງແມ່ນຍັງຕໍ່າ, ແຕ່ວ່າກໍ່ໄດ້ເພີ່ມຂຶ້ນຫຼາຍໃນປີທີ່ຜ່ານມາ. ມາຮອດປະຈຸບັນ, ໃນຄະນະ ວິທະຍາສາດປ່າໄມ້ ຈຳນວນນັກຮຽນຍິງແມ່ນມີເກືອບເທົ່າກັບຈໍານວນນັກຮຽນຊາຍ.

ຄໍາຖາມ: ”ທ່ານເຫັນບົດບາດຂອງທ່ານໃນນາມແມ່ຍິງຜູ້ໜຶ່ງແນວໃດ ໃນວຽກງານປ່າໄມ້? ”

“ໃນຄວາມຄິດເຫັນຂອງຂ້າພະເຈົ້າເເລ້ວ ປະຈຸບັນຜູ້ຍິງກໍ່ມີບົດບາດສຳຄັນຫລາຍ ໃນວຽກງານປ່າໄມ້. ເຂົາເຈົ້າ ມີສ່ວນຮ່ວມ ບໍ່ວ່າຈະເປັນການວາງເເຜນ, ການປະກອບຄຳຄິດເຫັນ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາ ໃນຂົງເຂດວຽກງານປ່າໄມ້. ຂ້າພະເຈົ້າເຫັນໄດ້ວ່າ ວຽກງານສໍາຫຼວດ ຫຼື ລົງພາກສະໜາມຕ່າງໆ ບໍ່ວ່າ ຜູ້ຍິງ ຫລື ຜູ້ຊາຍ ກໍ່ສາມາດເຮັດໄດ້ເຊັ່ນດຽວກັນ. ມັນບໍ່ຕ່າງຫຍັງກັນເລີຍ.

ຄໍາຖາມ: ”ທ່ານຢາກແນະນຳໃຫ້ນັກສຶກສາຍິງຄົນອື່ນໆ (ຜູ້ຮຽນຈົບມັດທະຍົມປາຍ) ເຂົ້າຮຽນຢູ່ຄະນະວິທະຍາສາດປ່າໄມ້ຄືເເນວໃດ? ”

“ການຮຽນປ່າໄມ້ແມ່ນມີສິ່ງທີ່ໜ້າຕື່ນເຕັ້ນ ແລະ ທ້າທາຍຫຼາຍ. ພວກເຮົາຈະໄດ້ເຂົ້າປ່າເພື່ອໄປທຳການສໍາຫຼວດ ແລະ ລົງພາກສະໜາມ ເຊິ່ງຈະເຮັດໃຫ້ເຮົາໄດ້ມີໂອກາດສຳພັດວຽກຕົວຈິງ ແລະ ສ້າງປະສົບການ ນອກເໜືອຈາກສິ່ງທີ່ໄດ້ຮຽນ ໃນຫ້ອງຮຽນ. ນັກຮຽນທີ່ຈົບຈາກຄະນະປ່າໄມ້ ກໍ່ສາມາດເຮັດວຽກກັບອົງການຕ່າງໆທີ່ເຂົ້າມາຊ່ວຍເຫຼືອທາງດ້ານວຽກງານປ່າໄມ້ພາຍໃນລາວ.

ຢ່າລືມຕິດຕາມການສໍາພາດຂອງນ້ອງນັກສຶກສາຈາກຄະນະ ທ່ານອື່ນໆໄດ້ ໃນໄວໆນີ້ 😍

---👩🏻🌳🌴-----

Today we have a student from the Faculty of Forestry Sciences, who will share with us her feelings about gender associated with forestry. Enjoy reading! 💕

Thakinh Inthalasy is a Master student at the Faculty of Forest Sciences (FFS) at the National University of Laos and studies Amphibians as part of her Master research project. She sometimes finds it challenging to be a woman in forestry, because outsiders believe that it is not suitable for women to join field trips to the forest.
Nevertheless, she very much enjoys to study forest ecology and conservation and goes on multi-day field trips every 4 months. When she enrolled at the FFS in 2012 the number of female students was still low, but it has increasing a lot over the past years. Currently, there is roughly the same number of female as male students at the FFS.

Question: “How do you see your role as women in forestry?”

Women are now playing a very important role in the forest field, whether through co-thinking, co-planning, or co-development.
Women can do a lot of exploring and field work. If men can do it, so can women.“

Question: „Why would you recommend other girls and women (high school graduates) to enroll at the faculty of forestry?”

It is an interesting field of study, because we get to journey to the forest to explore, and take field trips as part of our forestry studies. Graduates from the Faculty of Forest Science have great job opportunities, they are eligible to work for various organisations that assist forestry efforts in the Lao PDR.”

Please stay tuned and wait for the next person 🥰

[English Below]ຫຼັງຈາກໄດ້ເຂົ້າຮ່ວມ ການຝຶກອົບຮົມ ຄູຝຶກ  ຂອງ ສະມາຊິກ ທີ່ມາ ຈາກ 10 ເຄືອຂ່າຍ ຂອງລາວ CSO FLEGT, ເຂົາເຈົ້າໄດ້ ...
09/11/2022

[English Below]

ຫຼັງຈາກໄດ້ເຂົ້າຮ່ວມ ການຝຶກອົບຮົມ ຄູຝຶກ ຂອງ ສະມາຊິກ ທີ່ມາ ຈາກ 10 ເຄືອຂ່າຍ ຂອງລາວ CSO FLEGT, ເຂົາເຈົ້າໄດ້ ລົງເຜີຍແຜ່ຕົວຈິງ ກ່ຽວກັບ ກົດໝາຍວ່າດ້ວຍປ່າໄມ້ ແລະ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສຳລັບ ປ່າປູກລະດັບຄອບຄົວ ໃຫ້ບັນດາຊຸມຊົນໃນທ້ອງຖິ່ນ ໃນວັນທີ 31 ຕຸລາ ແລະ ວັນທີ 1 ພະຈິກ ໃນແຂວງ ຄຳມ່ວນ ແລະ ແຂວງອັດຕະປື. ການເຜີຍແຜ່ນີ້ ແມ່ນນຳພາໂດຍ ສະມາຄົມ ລາວ ອະນຸລັກຊີວະນາໆພັນ ເຊິ່ງໄດ້ໃຫ້ທຶນສະໜັບສະໜູນໂດຍ ໂຄງການ ProFEB-GIZ.

ຈຸດປະສົງຫຼັກ ຂອງການເຜີຍແຜ່ນີ້ ແມ່ນເພື່ອ ນຳໃຊ້ທັກສະ ໃນວຽກງານເຜີຍແຜ່ ທີ່ໄດ້ຮຽນມາຈາກການຝຶກຄູຝຶກ ເພື່ອນຳໄປເຜີຍແຜ່ຕົວຈິງ ໃຫ້ຊຸມຊົນໃນລະດັບທ້ອງຖິ່ນ ເພື່ອຈະໄດ້ ດຳເນີນການເຜີຍແຜ່ ຢ່າງມີປະສິດທິຜົນ ກ່ຽວກັບ ກົດໝາຍວ່າດ້ວຍປ່າໄມ້ ແລະ ລະບົບຄ້ຳປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃຫ້ແກ່ບັນດາຊຸມຊົນໃນທ້ອງຖິ່ນ ໃນອະນາຄົດ. ການລົງເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ປະສົບຜົນສຳເລັດເປັນຢ່າງດີ ທາງດ້ານການນຳໃຊ້ທັກສະ, ເຄື່ອງມື ແລະ ອຸປະກອນ ຊຶ່ງເຮັດໃຫ້ ບັນດາຊຸມຊົນໃນທ້ອງຖິ່ນ ໄດ້ມີສ່ວນຮ່ວມ ໃນການຮຽນຮູ້ ແລະ ເຂົ້າໃຈ ທາງດ້ານເນື້ອໃນຂອງການເຜີຍແຜ່. ອີງໃສ່ຜົນໄດ້ຮັບ ແລະ ບົດຮຽນທີ່ທອດຖອນໄດ້ ຈາກການເຜີຍແຜ່ນີ້ ຜູ້ເຂົ້າຮ່ວມຝຶກອົບຮົມເປັນຄູຝຶກ ຈະໄດ້ປັບປຸງ ເພື່ອຈະໄດ້ນຳໃຊ້ ຕົວຈິງ ເຂົ້າໃນວຽກງານການເຜີຍແຜ່ໃຫ້ ຊຸມຊົນໃນທ້ອງຖິ່ນ ຢ່າງມີປະສິດທິຜົນ ໃນອະນາຄົດ.

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບວຽກງານ FLEGT ໄດ້ທີ່ລິ້ງເວັບໄຊທ໌ຂ້າງລຸ່ມນີ້: https://flegtlaos.com/

After attending the training of trainers (TOT) by members from 10 Lao CSO FLEGT network, they conducted practical dissemination of forestry law and timber legality definition of smallholder plantation to local communities on 31st October and 1st November in Khammouane and Attapeu Provinces. The Lao Biodiversity Association (LBA) led the dissemination with support of GIZ-ProFEB.

The main objective of this dissemination was to apply the outreach skills learned from the TOT to practically use at local community level to effectively conduct outreach of forestry law and Lao timber legality assurance system (Lao TLAS) for local communities in the future. The dissemination has been very successful in terms of using skills, tools and equipment to involve local communities learning and digesting the outreach contents. Based on the results and lessons learned from this dissemination, the trainees will improve to effectively apply outreach in their real work to the local communities in the future.

For more information about FLEGT, please access to this link below: https://flegtlaos.com/

[ English below ]ພວກເຮົາກໍາລັງຊອກຫາເພື່ອນຮ່ວມງານ 1 ຕໍາແໜ່ງ : ທີ່ປຶກສາປ່າໄມ້ແຂວງ ສໍາລັບໂຄງການ ProFEB, ປະຈໍາຢູ່ແຂວງ ຄໍາມ່ວ...
07/11/2022

[ English below ]

ພວກເຮົາກໍາລັງຊອກຫາເພື່ອນຮ່ວມງານ 1 ຕໍາແໜ່ງ : ທີ່ປຶກສາປ່າໄມ້ແຂວງ ສໍາລັບໂຄງການ ProFEB, ປະຈໍາຢູ່ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື. 😊

ກະລຸນາ ສົ່ງ cover letter ແລະ CV ລວມທັງ 3 reliable references ມາທີ່ : [email protected]

ກໍານົດສົ່ງຮອດ ວັນທີ 13 ເດືອນ ພະຈິກ 2022, ເວລາປະມານ 16:30 h.

ສໍາລັບລາຍລະອຽດເພີ່ມຕື່ມ ທ່ານສາມາດອ່ານໄດ້ທີ່ຂ້າງລຸ່ມນີ້ 👇🏼

—————————————————————————

We are currently seeking one position as Provincial Forestry Advisor for the ProFEB project, based in Khammouane and Attapeu Provinces. 😊

Please submit your cover letter and CV including 3 reliable references to: [email protected]

The submission deadline is on 13rd November 2022 at 16:30 h.

—————————————————————————

For details, please check the job vacancy provided below. 👇🏼

[ English Below ]ພວກເຮົາກໍາລັງຊອກຫາເພື່ອນຮ່ວມງານ 1 ຕໍາແໜ່ງ : ທີ່ປຶກສາປ່າໄມ້ ສໍາລັບໂຄງການ ProFEB, ປະຈໍາຢູ່ ນະຄອນຫຼວງວຽງຈັ...
07/11/2022

[ English Below ]

ພວກເຮົາກໍາລັງຊອກຫາເພື່ອນຮ່ວມງານ 1 ຕໍາແໜ່ງ : ທີ່ປຶກສາປ່າໄມ້ ສໍາລັບໂຄງການ ProFEB, ປະຈໍາຢູ່ ນະຄອນຫຼວງວຽງຈັນ. 😊

ກະລຸນາ ສົ່ງ cover letter ແລະ CV ລວມທັງ 3 reliable references ມາທີ່ : [email protected]

ກໍານົດສົ່ງຮອດ ວັນທີ 13 ເດືອນ ພະຈິກ 2022, ເວລາປະມານ 16:30 h.

ສໍາລັບລາຍລະອຽດເພີ່ມຕື່ມ ທ່ານສາມາດອ່ານໄດ້ທີ່ຂ້າງລຸ່ມນີ້ 👇🏼

———————————————————-

We are currently seeking one position as Forestry Advisor for the ProFEB project, based in Vientiane Capital. 😊

Please submit your cover letter and CV including 3 reliable references to: [email protected]

The submission deadline is on 13rd November 2022 at 16:30 h.

———————————————————
For details, please check the job vacancy provided below 👇🏼

ໃນວັນທີ 1 ແລະ 2 ຂອງ ເດືອນ ພະຈິກ, ສະພາ ອຸດສາຫະກໍາ ແລະ ການຄ້າ ແຫ່ງຊາດລາວ (ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ LNCCI) ໄດ້ເຊ...
07/11/2022

ໃນວັນທີ 1 ແລະ 2 ຂອງ ເດືອນ ພະຈິກ, ສະພາ ອຸດສາຫະກໍາ ແລະ ການຄ້າ ແຫ່ງຊາດລາວ (ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ LNCCI) ໄດ້ເຊື້ອເຊີນ ບັນດາຕົວແທນ ຈາກສະມາຊິກອົງການຄູ່ຮ່ວມທຸລະກິດ (BMOs) ທີ່ກ່ຽວຂ້ອງກັບ ຂະແໜງການປຸງແຕ່ງໄມ້, ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ເພື່ອແລກປ່ຽນ ກ່ຽວກັບ ບຸລິມະສິດ ການຮ່ວມມື ໃນການຈັດຕັ້ງປະຕິບັດ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ໃຫ້ປະສົບຜົນສໍາເລັດ. ກອງປະຊຸມນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ ເຊິ່ງໄດ້ກະກຽມຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຫຼັກ ໃນກອງປະຊຸມ ທີ່ຈັດຕັ້ງຂື້ນ ໃນນະຄອນຫຼວງວຽງຈັນ ໃນເດືອນທີ່ຜ່ານມາ ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງການ GIZ-ProFEB.

ມື້ທໍາອິດຂອງກອງປະຊຸມ, ການປຶກສາຫາລື ແມ່ນໄດ້ເນັ້ນໜັກໃສ່ ການປະເມີນຂີດຄວາມສາມາດ, ບຸກຄະລາກອນທີ່ມີໃນປັດຈຸບັນ ແລະ ໂຄງສ້າງຂອງການປະສານງານ, ມື້ທີ່ສອງ, ກອງປະຊຸມ ແມ່ນໄດ້ສຸມໃສ່ການເຮັດວຽກເປັນກຸ່ມ ເຊິ່ງໄດ້ເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ແຜນງານ ບັນດາກິດຈະກໍາ ທີ່ສາມາດ ສ້າງຄວາມເຂັ້ມແຂງ.

ນອກຈາກນັ້ນ, ບັນດາກິດຈະກໍາທີ່ໄດ້ຕົກລົງຮ່ວມກັນ ແລະ ບັນດາມາດຕະການໃນການສ້າງຂີດຄວາມສາມາດ ຈະຮັບປະກັນວ່າ ຜູ້ປະກອບການພາກເອກະຊົນ ໄດ້ກະກຽມຄວາມກຽມພ້ອມທີ່ດີ ໃນການຈັດຕັ້ງປະຕິບັດ ລະບົບ TLAS ຂອງ ສປປ ລາວ ແລະ ໄດ້ຮັບປະໂຫຍດຈາກການຄ້າໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ, ລວມທັງ ການປັບປຸງ ໃນການເຂົ້າເຖິງຕະຫຼາດໄມ້.

ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບວຽກງານ FLEGT, ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ທາງເວັບໄຊທ໌ຂອງພວກເຮົາ : https://flegtlaos.com/setting-priorities-for-private-sector-support/
Setting priorities for private sector support

On 1st and 2nd of November, the Lao National Chamber for Industry and Commerce ( LNCCI) invited representatives from the Business Member Organisations (BMOs) related to the wood processing sector, the Department of Forest Inspection (DOFI) and the Department of Forest (DOF) to exchange on priorities for cooperation on the successful implementation of the Lao Timber Legality Assurance System (TLAS). The meeting was chaired by Dr. Xaybandith Rasphone and had been jointly prepared with key stakeholders during a workshop in Vientiane last month with support of GIZ-ProFEB.

On the first day, the discussion focussed on assessing current capacities, available resources and communication structures. The second day was dedicated to group work, which gave all participants the opportunity to discuss and plan activities that can further strengthen.

Furthermore, the agreed activities and capacity building measures will ensure that private sector actors are well prepared to comply with the Lao TLAS, benefit from trading legal timber and wood products, as well as from improved market access.

For more information about FLEGT, please access to the link below:
https://flegtlaos.com/setting-priorities-for-private-sector-suppor

ໃນລະຫວ່າງວັນທີ 24 ຫາ 26 ເດືອນ ຕຸລາ, ບັນດາຄູ່ຮ່ວມງານຕ່າງໆ ຈາກຂະແໜງການປຸງແຕ່ງໄມ້ ໄດ້ພົບປະກັນ ທີ່ ວັງວຽງ ໃນກອງປະຊຸມກະກຽມແຜນ...
03/11/2022

ໃນລະຫວ່າງວັນທີ 24 ຫາ 26 ເດືອນ ຕຸລາ, ບັນດາຄູ່ຮ່ວມງານຕ່າງໆ ຈາກຂະແໜງການປຸງແຕ່ງໄມ້ ໄດ້ພົບປະກັນ ທີ່ ວັງວຽງ ໃນກອງປະຊຸມກະກຽມແຜນງານໂຄງການ “ໂຄງການ ວຽກງານການປຸງແຕ່ງໄມ້” ໂດຍຈະມີການພັດທະນາ ເຄື່ອງມືຝຶກອົບຮົມ ກ່ຽວກັບ ການຄຸ້ມຄອງ ໄມ້ສົ້ນເຂົ້າ - ສົ້ນອອກ ແລະ ຈະຖືກທົດລອງ ກັບບັນດາບໍລິສັດປຸງແຕ່ງໄມ້ທີ່ຖືກເລືອກໄວ້. ໃນລະຫວ່າງກອງປະຊຸມ, ໄດ້ມີການຮັບຮອງເອົາແຜນງານຂອງໂຄງການດັ່ງກ່າວ, ໄດ້ສ້າງຕັ້ງຄະນະກໍາມະການຊີ້ນໍາ ແລະ ນອກຈາກນັ້ນ, ກໍຍັງໄດ້ມີການປຶກສາຫາລືກັນ ກ່ຽວກັບ ຮ່າງເຄື່ອງມື ການຝຶກອົບຮົມເບື້ອງຕົ້ນ.

ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບວຽກງານ FLEGT, ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ທາງເວັບໄຊທ໌ຂອງພວກເຮົາ : https://flegtlaos.com/stakeholders-from-the-wood-processing-sector-met-in-vang-vieng-for-the-kick-off-meeting-of-the-wood-works-project/

On October 24-26, stakeholders from the wood processing sector met in Vang Vieng for the kick-off meeting of the “Wood Works”-project, under which a training material package on input-output control will be developed and tested with selected wood processing companies. During the meeting, the workplan for the project was agreed, a Senior Advisory Committee was established, and the first draft of the training materials were discussed.

For more information about FLEGT, please access to the link below : https://flegtlaos.com/stakeholders-from-the-wood-processing-sector-met-in-vang-vieng-for-the-kick-off-meeting-of-the-wood-works-project/

ໃນວັນສຸກທີ 21 ຕຸລາ 2022 ທີ່ຜ່ານມາ, ທາງໂຄງການ GIZ – ProFEB ໄດ້ມີການສະໜັບສະໜູນ ຫ້ອງການປະສານງານ FLEGT (FSO) ເພື່ອລິເລີ່ມແຄມ...
27/10/2022

ໃນວັນສຸກທີ 21 ຕຸລາ 2022 ທີ່ຜ່ານມາ, ທາງໂຄງການ GIZ – ProFEB ໄດ້ມີການສະໜັບສະໜູນ ຫ້ອງການປະສານງານ FLEGT (FSO) ເພື່ອລິເລີ່ມແຄມເປນທາງສື່ສັງຄົມອອນໄລນ໌ ສໍາລັບການຮັບຮູ້ ຄວາມສໍາຄັນຂອງຄວາມສະເໝີພາບທາງດ້ານບົດບາດຍິງຊາຍ ໃນຂົງເຂດວຽກງານປ່າໄມ້. ທາງທີມງານ ໄດ້ທຳການສຳພາດ ນັກສຶກສາຍິງ ຢູ່ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ ຊຶ່ງ ການສຳພາດດັ່ງກ່າວ ເເມ່ນເນັ້ນໃສ່ມຸມມອງແນວຄວາມຄິດຂອງພວກເຂົາຕໍ່ກັບການເປັນນັກສຶກສາເພດຍິງໃນຂົງເຂດປ່າໄມ້ ລວມເຖິງສິ່ງທ້າທາຍ ທີ່ເກີດຂຶ້ນ ແລະ ເເຜນໃນອະນາຄົດຂອງເຂົາເຈົ້າ. ພວກເຮົາຈະມີການເຜີຍແຜ່ຂໍ້ມູນຂອງການສໍາພາດດັ່ງກ່າວໃນໄວໆນີ້. ທ່ານສາມາດຕິດຕາມພວກເຮົາໄດ້ທີ່ທາງເຟດສ໌ບຸກ.

ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບວຽກງານ FLEGT, ທ່ານສາມາດເຂົ້າໄປໄດ້ທີ່ທາງເວັບໄຊທ໌ຂອງພວກເຮົາ: https://flegtlaos.com/giz-profeb-supported-fso-to-kick-of-a-social-media-campaign-for-gender-mainstreaming-in-forestry-education/

Last Friday, GIZ-ProFEB supported FSO to kick of a social media campaign for gender mainstreaming in forestry education. The team visited the Faculty of Forest Sciences of the National University of Laos to conduct interviews with female student at the faculty. The discussion focused on their perspectives from being women in forestry, including arising challenges and their future plans. We will publish the results of the interviews here soon, so stay tuned.

For more information, please access to the link below:

https://flegtlaos.com/giz-profeb-supported-fso-to-kick-of-a-social-media-campaign-for-gender-mainstreaming-in-forestry-education/

[English Below]ບົດຄວາມ ກ່ຽວກັບ ພາລະບົດບາດ ຂອງບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໃນວຽກງານ FLEGT-VPA ລະຫວ່າງ ສະຫະພ...
21/10/2022

[English Below]

ບົດຄວາມ ກ່ຽວກັບ ພາລະບົດບາດ ຂອງບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໃນວຽກງານ FLEGT-VPA ລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ ໄດ້ຈັດພິມ ເຜີຍແຜ່ຢ່າງເປັນທາງການ. ບົດຄວາມນີ້ ໄດ້ລາຍງານ ກ່ຽວກັບ ພາລະບົດບາດ ຂອງພາກສ່ວນທີ່ກ່ຽວຂ້ອງດັ່ງກ່າວ ຊຶ່ງໄດ້ຮຽບຮຽງ ແລະ ຂຽນ ໂດຍ ສະຖາບັນປ່າໄມ້ຂອງສະຫະພາບເອີຣົບ (EFI), ແຜນງານ EU-FLEGT ທະວີບອາຊີ ແລະ ໂຄງການ GIZ-ProFEB. ບົດຄວາມດັ່ງກ່າວ ໄດ້ກ່າວເຖິງ ການມີສ່ວນຮ່ວມ ຂອງ ບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໃນວຽກງານການເຈລະຈາ ລະຫ່ວາງ ສປປ ລາວ ແລະ ສະຫະພາບເອີຣົບ ກ່ຽວກັບ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) - ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ (VPA), ຊຶ່ງໄດ້ເລີ່ມຕົ້ນ ດ້ວຍການທົບທວນ ກ່ຽວກັບ ສະພາບລວມ ຂອງແຜນງານ FLEGT VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຈົນຮອດ ເດືອນ ມັງກອນ 2022, ໂດຍສະເພາະແມ່ນເນັ້ນໃສ່ການປະເມີນ ສະພາບຄວາມຄືບໜ້າ ທາງດ້ານວຽກງານວິຊາການ ແລະ ພາລະບົດບາດ ຂອງພາກສ່ວນທີ່ກ່ຽວຂ້ອງ ໃນການໃຫ້ຄຳເຫັນ ຕໍ່ ວຽກງານດ້ານວິຊາການ ໃນຂະບວນການເຈລະຈາ.ໃນບົດຄວາມນີ້ ໄດ້ອະທິບາຍຢ່າງຈະແຈ້ງ ເຖິງໂຄງສ້າງ ຂອງການມີສ່ວນຮ່ວມ ຂອງພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ສ້າງຂຶ້ນຢ່າງເປັນທາງການ ເພື່ອຮັບປະກັນວ່າ ຂະບວນການເຈລະຈາ FLEGT VPA ໃນ ສປປ ລາວ ແມ່ນໄດ້ມີສ່ວນຮ່ວມ ແລະ ມີການປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ. ນອກຈາກນັ້ນ, ບົດຄວາມດັ່ງກ່າວຍັງໄດ້ ລົງເລິກໃສ່ ການປະເມີນ ການມີສ່ວນຮ່ວມ ຂອງບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ແລະ ໄດ້ອະທິບາຍ ເຖິງບົດບາດ ແລະ ການມີສ່ວນຮ່ວມຂອງເຂົາເຈົ້າ ທີ່ມີຜົນຕໍ່ກັບດ້ານເນື້ອໃນ ແລະ ທິດທາງການພັດທະນາ ແຜນງານ FLEGT VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ. ບົດຄວາມນີ້ ຍັງໄດ້ລາຍງານ ກ່ຽວກັບ ບັນດາສິ່ງທ້າທາຍ ທີ່ ບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໄດ້ປະເຊີນໜ້າ ແລະ ທິດທາງວຽກງານ ໃນອະນາຄົດ.

ສໍາລັບຂໍ້ມູນເພີ່ມຕື່ມ, ທ່ານສາມາດກົດເຂົ້າທີ່ລິ້ງຂ້າງລຸ່ມນີ້ :

https://flegtlaos.com/new-publication-on-the-role-of-non-state-actors-in-the-eu-lao-pdr-flegt-vpa-negotiations/

The new publication on the role of non-state actors in the EU-Lao PDR FLEGT-VPA negotiations is now officially published. In a recent paper by the European Forest Institute (EFI), EU-FLEGT Asia Programme and GIZ-ProFEB, the role of non-state stakeholders is being addressed. This paper takes stock of the involvement of non-state actors (civil society organisations and the private sector) in the negotiations of the Lao PDR with the European Union (EU) on the Forest Law Enforcement, Governance and Trade (FLEGT) Voluntary Partnership Agreement (VPA). It starts with an overview of the status of the EU-Lao PDR FLEGT VPA as of January 2022, focusing specifically on the status of the technical work and the roles of stakeholders in providing their inputs on this technical work through the negotiation process. The paper provides a comprehensive account of the stakeholder engagement structures that are formally established to ensure that the FLEGT VPA negotiations in Lao PDR are participatory and consultative. The paper then narrows the focus to assess how non-state actors got involved and explain their roles and their engagement in influencing the content and direction of the EU-Lao PDR FLEGT VPA. This is followed by the challenges that these non-state actors have faced and the prospects in the future.

For more information, please click this link:

https://flegtlaos.com/new-publication-on-the-role-of-non-state-actors-in-the-eu-lao-pdr-flegt-vpa-negotiations/

ໃນວັນທີ 20 ເດືອນ ຕຸລາ ປີ 2022, ກົມປ່າໄມ້ ໄດ້ມີການຈັດກອງປະຊຸມ ແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະ...
21/10/2022

ໃນວັນທີ 20 ເດືອນ ຕຸລາ ປີ 2022, ກົມປ່າໄມ້ ໄດ້ມີການຈັດກອງປະຊຸມ ແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ວຽກງານ ການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການປັບປຸງນິຕິກໍາ ດັ່ງກ່າວໃນຕໍ່ໜ້າ ທີ່ໂຮງແຮມ ຊິວເວີ ນາກາ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນໂດຍການເປັນປະທານກອງປະຊຸມຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມກອງປະຊຸມມາຈາກຫຼາຍພາກສ່ວນ ຄື ກົມປ່າໄມ້, ກົມກວດກາປ່າໄມ້, ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມການນໍາເຂົ້າ ແລະ ສົ່ງອອກ, ຄະນະວິທະຍາສາດປ່າໄມ້, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມອຸດສາຫະກຳປຸງແຕ່ງໄມ້ລາວ, ສະມາຄົມເຟີນິເຈີລາວ, ໂຄງການ FLEGT-FC ແລະ GIZ ProFEB.

On 20 October 2022, the Department of Forestry organised a Technical Exchange Meeting on the Wood Processing Manufacture Standards and the Management and Monitoring of Timber Inputs and Outputs at Silver Naga, Vangvieng, Viengchanh Province. The meeting was held and chaired by Mr Sousath Sayakoummane, Director General of the Department of Forestry and other stakeholders and partners, namely, the Department of Forestry, Department of Forest Inspection, Cabinet of the Ministry of Agriculture and Forest, Department of Industry and Handicraft, Department of Import and Export, Faculty of Forestry Science, Lao National Chamber of Commerce and Industry, Lao Wood Processing Association, Lao Furniture Association, FLEGT-FC, and GIZ- ProFEB.

ໃນໄລຍະການຢ້ຽມຢາມ ສປປ ລາວ  ຢ່າງເປັນທາງການ ໃນຕົ້ນເດືອນຕຸລາທີ່ຜ່ານມາ, ທ່ານ Jochen Flasbarth, ຮອງລັດຖະມົນຕີ ກະຊວງ ຮ່ວມມືດ້ານ...
13/10/2022

ໃນໄລຍະການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຕົ້ນເດືອນຕຸລາທີ່ຜ່ານມາ, ທ່ານ Jochen Flasbarth, ຮອງລັດຖະມົນຕີ ກະຊວງ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງ ປະເທດ ສະຫະພັນທະລັດ ເຢຍລະມັນ (BMZ), ໄດ້ເຂົ້າຮ່ວມປະຊຸມກັບ ທ່ານ ຄຳເຝືອ ສີຣິວົງສ໌ ຮອງຫົວຫນ້າກົມກວດກາປ່າໄມ້ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ທີ່ ແຂວງຫຼວງພະບາງ. ໜຶ່ງໃນພື້ນທີ່ຂອງການຢ້ຽມຢາມນີ້, ທ່ານ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງໄມ້ທິນນະກອນ ແລະ ໂຮງຮຽນວິຊາຊີບປຸງແຕ່ງໄມ້ ເພື່ອປຶກສາຫາລື ກ່ຽວກັບ ບັນດາ ສິ່ງທ້າທາຍ ແລະ ໂອກາດ ຂອງຂະແໜງການ ປ່າໄມ້ ແລະ ການປຸງແຕ່ງໄມ້ ໃນ ສປປ ລາວ. ພ້ອມກັນນັ້ນ, ຫຼັງຈາກທີ່ໄດ້ມີການສືບຕໍ່ຮ່ວມມື ແບບສອງຝ່າຍ ລະຫ່ວາງ ສອງປະເທດ, BMZ ໄດ້ໃຫ້ຄໍາໝັ້ນສັນຍາສະໜັບສະໜູນ ສປປ ລາວ ເປັນຈໍານວນເງິນ 38 ລ້ານ ເອີໂຣ ໃນຊຸມປີຕໍ່ໜ້າ.

During an official visit to Laos in the beginning of this month, State Secretary in the German Federal Ministry for Economic Cooperation and Development (BMZ), his Excellency Mr Jochen Flasbarth, met with Mr. Khamfeau Sirivongs Deputy Director General of Forest Inspection and others FLEGT stakeholders in Luang Prabang. Among other locations, the delegation visited Thinnakone Wood Processing Factory and School to discuss challenges and opportunities for the Lao forestry and wood processing sector. Furthermore, after the resumption of bilateral cooperation between both countries, BMZ has pledged to support Laos with 38 million Euros in the coming years.

Address

Vientiane
1295

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Telephone

+85621255264

Alerts

Be the first to know and let us send you an email when Lao FLEGT Standing Office Lao-EU FLEGT VPA Process posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Lao FLEGT Standing Office Lao-EU FLEGT VPA Process:

Videos

Share

Nearby government services


Other Government Organizations in Vientiane

Show All