ຫ້ອງວ່າການປົກຄອງເມືອງສະໝ້ວຍ

  • Home
  • ຫ້ອງວ່າການປົກຄອງເມືອງສະໝ້ວຍ

ຫ້ອງວ່າການປົກຄອງເມືອງສະໝ້ວຍ ຕັ້ງຢູ່ບ້ານເທດສະບານ ເມືອງສະໝ້ວຍ ແຂ? ຕັ້ງຢູ່ບ້ານເທດສະບານ ເມືອງສະໝ້ວຍ ແຂວງສາລະວັນ

21/10/2022
13/10/2022
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສະໝ້ວຍ ຄັ້ງທີ 10 ສະໄໝທີ VIII ຕິດພັນກັບ ກອງປະຊຸມອົງການປົກຄອງເມືອງ ຄັ້ງທີ 08 ຊຸດທີ VIII ໄ...
07/07/2022

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສະໝ້ວຍ ຄັ້ງທີ 10 ສະໄໝທີ VIII ຕິດພັນກັບ ກອງປະຊຸມອົງການປົກຄອງເມືອງ ຄັ້ງທີ 08 ຊຸດທີ VIII ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2022.
#ຄັ້ງວັນທີ 07 - 08 ກໍລະກົດ 2022.

13/06/2022

ເມືອງສະໝ້ວຍ ຫາລືກຽມກິດຈະກຳສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ໃນທ້າຍອາທິດຜ່ານມາເມືອງສະຫມ້ວຍ ຈັດກອງປະຊຸມປຶກສາຫາລື ແລະ ກະກຽມເນື້ອໃນ, ກິດຈະກຳຕ່າງໆ ເພື່ຶອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022, ໂດຍການເປັນປະທານຂອງ ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ,ເລຂາພັກ- ເຈົ້າເມືອງໆສະຫມ້ວຍ,ມີບັນດາຄະນະນໍາຂອງເມືອງ,ບັນດາທ່ານຫົວຫນ້າ-ຮອງຫົວຫນ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ອ່ານຂ່າວເພີ້ມເຕີມໄດ້ທີ່......https://mediasalavan.com/?p=3511
____________________________________________
#ສະໜັບສະໜູນຂ່າວໂດຍ:
- ຮ້ານ ສາລະວັນ ປາກສ໌ salavan Park ຕິດຕໍ່ໄດ້ທີ່: 0205655 8888, 020 7716 9888
- ບໍລິສັດສຳຫຼວດ-ອອກແບບ ແລະ ກໍ່ສ້າງເຄຫະສະຖານ ຈຳກັດ, ຕິດຕໍ່: 020 9358 6668, 020 9959 3566, 020 9799 9396
_______________________________
#ອ່ານຂ່າວອື່ນໆໄດ້ທີ່>>>https://mediasalavan.com

07/06/2022

ໃນທ້າຍອາທິດຜ່ານມານີ້, ເມືອງໝ້ວຍ ໄດ້ຈັດພິທີສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນຄົບຮອບ 98 ...

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 03 ເດືອນຕົ້ນປີ 2022 ແລະ ທິດທາງແຜນການຕໍ່ໜ້າ ຂອງຫ້ອງວ່າການປົກຄອງເມືອງສະໝ້ວຍ. #ຄ...
28/03/2022

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 03 ເດືອນຕົ້ນປີ 2022 ແລະ ທິດທາງແຜນການຕໍ່ໜ້າ ຂອງຫ້ອງວ່າການປົກຄອງເມືອງສະໝ້ວຍ.
#ຄັ້ງວັນທີ 28 ມີນາ 2022.

>>> ຄະນະນຳເມືອງສະໝ້ວຍ ສຳເລັດໃນການລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 03 ສ້າງ ປະຈຳປີ ...
16/03/2022

>>> ຄະນະນຳເມືອງສະໝ້ວຍ ສຳເລັດໃນການລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 03 ສ້າງ ປະຈຳປີ 2022

 #ໃນວັນທີ 11 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ...
12/03/2022

#ໃນວັນທີ 11 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ປະຈຳປີ 2022 #ຢູ່ຈຸດສຸມເທດສະບານ (ໂຮງຮຽນປະຖົມບ້ານອາຊີງຈັດສັນ) ໃນຕອນທ້າຍ ຍັງໄດ້ມອບເງິນສົດຈຳນວນ 300.000 ກີບ ພ້ອມດ້ວຍເຄື່ອງນຸ່ງຫົ່ມຈຳນວນ 20 ກະສອບ ໃຫ້ກັບຈຸດສຸມເທດສະບານ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຈຸດສຸມ ແລະ ແບ່ງປັນເຄື່ອງນຸ່ງຫົ່ມໃຫ້ກັບພໍ່ແມ່ປະຊາຊົນພາຍໃນ 7 ບ້ານທີ່ຂຶ້ນກັບຈຸດສຸມຂອງຕົນອີກດ້ວຍ.

 #ວັນທີ 10 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ຫັນລົງຮາກຖານເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າ...
10/03/2022

#ວັນທີ 10 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ຫັນລົງຮາກຖານເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ປະຈຳປີ 2022 #ຢູ່ຈຸດສຸມອາວາວ ເຊິ່ງນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງສະໝ້ວຍ ພ້ອມຄະນະທີມງານ ໂດຍມີຫົວໜ້າຈຸດສຸມພ້ອມຄະນະ, ຄະນະໜ່ວຍພັກບ້ານ, ຄະນະບ້ານ ພ້ອມອົງການຈັດຕັ້ງ 5 ໜ່ວຍງານຂອງບ້ານ ທັງ 8 ບ້ານ ທີ່ຂຶ້ນກັບຈຸດສຸມອາວາວ ເຂົ້າຮ່ວມ #ໃນຕອນທ້າຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເງິນສົດຈຳນວນ 300.000 ກີບ ພ້ອມດ້ວຍເຄື່ອງນຸ່ງຫົ່ມຈຳນວນ 20 ກະສອບ ໃຫ້ກັບຈຸດສຸມອາວາວ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ແບ່ງປັນເຄື່ອງນຸ່ງຫົ່ມໃຫ້ກັບພໍ່ແມ່ປະຊາຊົນພາຍໃນຈຸດສຸມຂອງຕົນ.

 #ໃນວັນທີ 08 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ...
08/03/2022

#ໃນວັນທີ 08 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ຢູ່ທີ່ #ຈຸດສຸມອາຕຸກ ແລະ ໃນຕອນທ້າຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ຈຳນວນ 20 ກະສອບ ພ້ອມດ້ວຍເງິນສົດ 300.000 ກີບ ໃຫ້ກັບຈຸດສຸມອາຕຸກ ເພື່ອຊຸກຍູ້ປະກອບເຂົ້າໃນວຽກງານຂອງຈຸດສຸມ ແລະ ແບ່ງປັນເຄື່ອງນຸ່ງຫົ່ມຕ່າງໆໃຫ້ກັບພໍ່ແມ່ປະຊາຊົນພາຍໃນ 7 ບ້ານທີ່ຂຶ້ນກັບຈຸດສຸມຂອງຕົນ.

 #ໃນວັນທີ 04 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ຫັນລົງຮາກຖານເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ...
04/03/2022

#ໃນວັນທີ 04 ມີນາ 2022 ຄະນະນຳຂັ້ນເມືອງ ສືບຕໍ່ຫັນລົງຮາກຖານເຜີຍແຜ່ມະຕິຂັ້ນແຂວງ ແລະ ຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ປະຈຳປີ 2022 ຢ່າງຕໍ່ເນື່ອງ ເຊິ່ງນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງສະໝ້ວຍ ພ້ອມຄະນະທີມງານ ຢູ່ທີ່ #ຈຸດສຸມສະໝ້ວຍ (ໂຮງຮຽນປະຖົມບ້ານກິແນະ) ໂດຍມີ ຄະນະໜ່ວຍພັກບ້ານ ພ້ອມອົງການຈັດຕັ້ງ 5 ໜ່ວຍງານຂອງບ້ານ ທັງ 9 ບ້ານ ທີ່ຂຶ້ນກັບຈຸດສຸມສະໝ້ວຍ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໃນຕອນທ້າຍ ສະຫາຍ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ຈຳນວນ 20 ກະສອບ ພ້ອມດ້ວຍເງິນສົດ 300.000 ກີບ ໃຫ້ກັບຈຸດສຸມສະໝ້ວຍ ເພື່ອຊຸກຍູ້ເຂົ້າໃນວຽກງານ ແລະ ແບ່ງປັນເຄື່ອງນຸ່ງຫົ່ມຕ່າງໆໃຫ້ກັບພໍ່ແມ່ປະຊາຊົນພາຍໃນ 9 ບ້ານທີ່ຂຶ້ນກັບຈຸດສຸມຂອງຕົນອີກດ້ວຍ.

 #ວັນທີ 02 ມີນາ 2022 ຄະນະນຳເມືອງ ນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງສະໝ້ວຍ ພ້ອມຄະນະທີມ...
03/03/2022

#ວັນທີ 02 ມີນາ 2022 ຄະນະນຳເມືອງ ນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງສະໝ້ວຍ ພ້ອມຄະນະທີມງານຂັ ສືບຕໍ່ປະຕິບັດຕາມແຜນເຄື່ອນໄຫວລົງເຜີຍແຜ່ມະຕິຂັ້ນແຂວງ ແລະ ມະຕິຂັ້ນເມືອງ ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ເຊິ່ງເປັນຈຸດທີ3 #ຈຸດສຸມອາຈາ (ຢູ່ທີ່ໂຮງຮຽນປະຖົມບ້ານລະເສນ) ໂດຍມີ ຄະນະໜ່ວຍພັກບ້ານ ແລະ ອົງການຈັດຕັ້ງ 5 ໜ່ວຍງານຂັ້ນບ້ານ ທັງ 6 ບ້ານ ທີ່ຂຶ້ນກັບຈຸດສຸມອາຈາ ເຂົ້າຮ່ວມຢ່າງພ້ອມພຽງຮຽງໜ້າ ພ້ອມດຽວກັນນັ້ນ ໃນຕອນທ້າຍ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມ ຈຳນວນ 20 ກະສອບ ພ້ອມດ້ວຍເງິນສົດ 300.000 ກີບ ໃຫ້ກັບຈຸດສຸມອາຈາ ທັງນີ້ກໍ່ເພື່ອເປັນການສົມທົບປະກອບເຂົ້າໃນວຽກງານຈຸດສຸມ ແລະ ແບ່ງປັນເຄື່ອງນຸ່ງຫົ່ມໃຫ້ກັບພໍ່ແມ່ປະຊາຊົນພາຍໃນ 6 ບ້ານທີ່ຂຶ້ນກັບຈຸດສຸມຂອງຕົນ.

 #ຄັ້ງວັນທີ 01 ມີນາ 2022  #ຄະນະນຳເມືອງສະໝ້ວຍ ນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງສ...
02/03/2022

#ຄັ້ງວັນທີ 01 ມີນາ 2022 #ຄະນະນຳເມືອງສະໝ້ວຍ ນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງສະໝ້ວຍ #ໄດ້ສືບຕໍ່ລົງເຄື່ອນໄຫວ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 05 ສະໄໝທີ IX, ມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 04 ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 09 ສະໄໝທີ VIII, ມະຕິກອງປະຊຸມອົງການປົກຄອງເມືອງ ຄັ້ງທີ 03 ສະໄໝທີ VIII ຕິດພັນກັບ ການຊຸກຍູ້ວຽກງານ 3 ສ້າງ ປະຈຳປີ 2022 #ຢູ່ທີ່ຈຸດສຸມອາສົກ ເຊິ່ງເປັນຈຸດທີ 2 ຂອງເມືອງ, ໃນຕອນທ້າຍ ສະຫາຍ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເຄື່ອງຊ່ວຍເຫຼືອປະເພດນຸ່ງຫົ່ມ ຈຳນວນ 20 ກະສອບ ພ້ອມດ້ວຍເງິນສົດ 300.000 ກີບ ໃຫ້ກັບຈຸດສຸມອາສົກ ເພື່ອແບ່ງເບົາໃຫ້ກັບຄອບຄົວທຸກຍາກພາຍໃນບ້ານທີ່ຂຶ້ນກັບຈຸດສຸມຂອງຕົນ.

 #ໃນວັນທີ 28 ກຸມພາ 2022 ທີ່ຜ່ານມາ ຄະນະນຳຂັ້ນເມືອງ ໄດ້ລົງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 05 ສະໄໝທີ IX,...
01/03/2022

#ໃນວັນທີ 28 ກຸມພາ 2022 ທີ່ຜ່ານມາ ຄະນະນຳຂັ້ນເມືອງ ໄດ້ລົງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 05 ສະໄໝທີ IX, ມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 04 ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 09 ສະໄໝທີ VIII, ມະຕິກອງປະຊຸມອົງການປົກຄອງເມືອງ ຄັ້ງທີ 03 ສະໄໝທີ VIII ຕິດພັນກັບການຊຸກຍູ້ວຽກງານ 3 ສ້າງ ປະຈຳປີ 2022 ເຊິ່ງນຳໂດຍ ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງສະໝ້ວຍ, ມີຄະນະພັກ-ຫົວໜ້າຫ້ອງການອ້ອມຂ້າງເມືອງພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍກອງເລຂາ, ຄະນະພັກຊີ້ນຳຈຸດສຸມ, ພະນັກງານລົງຮາກຖານປະຈຳບ້ານ ຕະຫຼອດຮອດເລຂາຄະນະໜ່ວຍພັກ-ນາຍບ້ານຄະນະບ້ານ ພ້ອມດ້ວຍອົງການຈັດຕັ້ງ 5 ໜ່ວຍງານບ້ານເຂົ້າຮ່ວມ.
#ການຫັນລົງຮາກຖານເຜີຍແຜ່ເອກະສານຄັ້ງນີ້ ໂດຍປະຕິບັດຕາມແຜນເຄື່ອນໄຫວຂອງເຈົ້າເມືອງ ແມ່ນໄດ້ເລີ່ມລົງເຄື່ອນໄຫວເປັນຈຸດສຸມທຳອິດຢູ່ທີ່ #ຈຸດສຸມຕະລໍ (ສະຖານທີ່ຢູ່ໂຮງຮຽນບ້ານຕະລໍໃຕ້) ແລະ ຈະສືບຕໍ່ລົງຕາມແຜນເຄື່ອນໄຫວ ເພື່ອເຜີຍແຜ່ໃຫ້ຄົບ 07 ຈຸດສຸມບ້ານທົ່ວເມືອງ ແລະ ໃນໂອກາດດຽວກັນນີ້ ຕອນທ້າຍ ສະຫາຍ ເລຂາພັກ-ເຈົ້າເມືອງສະໝ້ວຍ ຍັງໄດ້ມອບເງິນສົດຈຳນວນ 300.000 ກີບ ແລະ ເຄື່ອງນຸ່ງຫົ່ມຈຳນວນ 20 ສອບ ໃຫ້ກັບຈຸດສຸມຕະລໍ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ່າງໆຂອງຈຸດສຸມ ພ້ອມທັງແບ່ງປັນເຄື່ອງນຸ່ງຫົ່ມໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ 8 ບ້ານ ທີ່ຂຶ້ນກັບຈຸດສຸມຂອງຕົນ.

Address


Alerts

Be the first to know and let us send you an email when ຫ້ອງວ່າການປົກຄອງເມືອງສະໝ້ວຍ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຫ້ອງວ່າການປົກຄອງເມືອງສະໝ້ວຍ:

Shortcuts

  • Address
  • Telephone
  • Alerts
  • Contact The Organization
  • Claim ownership or report listing
  • Want your organization to be the top-listed Government Service?

Share