20/11/2024
ໃນຕອນເຊົ້າວັນທີ 15 ພະຈິກ 2024 ຜ່ານມານີ້ ສານປະຊາຊົນພາກເໜືອ ໄດ້ຈັດພິທີປະກາດການແຕ່ງຕັ້ງປະທານສານປະຊາຊົນພາກເໜືອ ແລະ ປະທານສານປະຊາຊົນເຂດ1 ແຂວງຫຼວງພະບາງ ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫຼວງພະບາງ ໂດຍເປັນກ່ຽດປະທານຂອງທ່ານ ສຈ, ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ ມີບັນດາທ່ານ ຄະນະພັກແຂວງ, ການນໍາແຂວງຫຼວງພະບາງ, ມີປະທານ, ຮອງປະທານ, ຫົວໜ້າຄະນະສານ, ຜູ້ພິພາກສາ, ພະນັກງານຂອງສານປະຊາຊົນພາກເໜືອ, ສານປະຊາຊົນແຂວງ ແລະ ສານປະຊາຊົນ 4 ເຂດ ແຂວງຫຼວງພະບາງ ພ້ອມທັງແຂກຖືກເຊີນຈາກພະແນກການອ້ອມຂ້າງເຂົ້າຮ່ວມ. ໃນພິທີ, ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຂຶ້້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 263/ຄປຈ, ລົງວັນທີ 12 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ທອງໄມ ມູນບັນດິດ ຜູ້ພິພາກສາຊັ້ນສີ່ ຮັກສາການປະທານສານປະຊາຊົນພາກເໜືອ ເປັນປະທານສານປະຊາຊົນພາກເໜືອ; ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 269/ຄປຈ, ລົງວັນທີ 12 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ວາຊີຕາ ວື່ໜາວກີ່ ຜູ້ພິພາກສາ ຊັ້ນສາມ ຮັກສາການປະທານສານປະຊາຊົນເຂດ I ແຂວງຫຼວງພະບາງ ເປັນປະທານສານປະຊາຊົນເຂດ I ແຂວງຫຼວງພະບາງ ແລະ ຜ່ານຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 2057/ສປສສ, ສະບັບເລກທີ 2058/ສປສສ, ລົງວັນທີ 12 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຈ່າສານຂອງສານປະຊາຊົນເຂດ I ແລະ ເຂດ II ແຂວງຫຼວງພະບາງ ຈຳນວນ 02 ທ່ານ ຈາກນັ້ນ ທ່ານ ສຈ, ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ ກໍໄດ້ໃຫ້ກຽດຂຶ້ນມອບມະຕິແຕ່ງຕັ້ງ ແລະ ປະດັບຊັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງຢ່າງສົມກຽດ
ໃນພິທີ ທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ສຈ, ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ຕີລາຄາສູງຕໍ່ຄວາມຕັ້ງໃຈ, ຄວາມກະຕືລືລົ້ນ ຂອງຜູ້ທີ່ໄດ້ຮັບຕຳແໜ່ງພະນັກງານນຳພາ-ຄຸ້ມຄອງໃໝ່ໃນຄັ້ງນີ້ ທີ່ມີຄວາມມານະອົດທົນ, ບໍ່ມີແນວຄິດທໍ້ຖອຍ, ເຮັດທຸກສິ່ງທຸກຢ່າງດ້ວຍຄວາມຮັບຜິດຊອບສູງ ຈົນໄດ້ຮັບຄວາມໄວ້ວາງໃຈຈາກການນຳຂັ້ນສູງເວົ້າລວມ ເວົ້າສະເພາະກໍຄືການນຳຂອງແຂວງ ຈຶ່ງໄດ້ມອບໜ້າທີຕຳແໜ່ງທີມີກຽດໃຫ້ຮັບຜິດຊອບ ນຳພາ-ຊີ້ນຳ ແລະ ທ່ານຍັງເນັ້ນໜັກໃນການຮັບໜ້າທີ່ຕຳແໜ່ງຄັ້ງນີ້ ຕ້ອງຕິດພັນກັບຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຕິດພັນກັບຈັນຍາບັນ-ຈັນຍາທຳ, ຍຶດຖືອຸດົມການຂອງພັກເປັນຈຸດຢືນ, ບໍ່ໃຫ້ຖືການຊີ້ນຳຫຼາຍກ່ວາການນຳພາ, ໃຫ້ມີການລົງແນະນໍາ-ນໍາພາເຮັດຕົວຈິງໃນຂົງເຂດຂອງຕົນຮັບຜິດຊອບ, ຕ້ອງມີຄວາມເຂັ້ມງວດຕໍ່ລະບຽບ ມີການສຳຫຼວດກວດກາຕໍ່ຕົນເອງ ແລະ ໝູ່ຄະນະ, ຖືເອົາການເຕົ້າໂຮມຄວາມສາມັກຄີເປັນຫຼັກ, ດ້ານການແກ້ໄຂພິພາກສາຄະດີຕ້ອງເປັນໝູ່ຄະນະ ແລະ ເປັນກາງ ມີຄວາມລະອຽດຖີ່ຖ້ວນ ຫັດກຸມ, ສົມທົບກັບການນຳຂອງແຂວງ ກ່ຽວກັບການນຳພາ-ຊີ້ນຳ, ກົນໄກການເຮັດວຽກ ເຮັດເປັນຈຸດສຸມ ເປັນຕົ້ນແມ່ນການປະເມີນຜູ້ພິພາກສາດີ-ເກັ່ງ ພ້ອມນີ້ຕ້ອງມີການຕິດຕາມກວດກາຄືນຜົນຂອງການແກ້ໄຂຄະດີຕາມລະບຽບກົດໝາຍ. ນຳເອົາຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ຜ່ານມາຂອງຕົນເອງເຂົ້າມາປັບປຸງ ແລະ ພັດທະນາສານທ້ອງຖິ່ນ 7 ແຂວງພາກເໜືອ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.
ໃນຕອນທ້າຍພິທີ ທ່ານ ສຈ, ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ ກໍໄດ້ໃຫ້ກຽດມອບອຸປະກອນເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ ໃຫ້ສານປະຊາຊົນຂັ້ນທ້ອງຖິ່ນ ມີຄອມພິວເຕີໂນດບຸກໃຫ້ສານປະຊາຊົນພາກເໜືອ 01 ເຄື່ອງ, ສານປະຊາຊົນແຂວງຫຼວງພະບາງ 01 ເຄື່ອງ ແລະ ເຈ້ຍເອຊີ່ 04 ແກັດ ໃຫ້ສານປະຊາຊົນ 03 ເຂດ ແຂວງຫຼວງພະບາງ,ຈາກນັ້ນ ທ່ານ ທອງໄມ ມູນບັນດີ ຜູ້ພິພາກສາ ຊັ້ນສີ່ ປະທານສານປະຊາຊົນພາກເໜືອ ກໍໄດ້ຕາງໜ້າຜູ້ທີ່ຖືກແຕງຕັ້ງໃໝ່ຂຶ້ນກ່າວຮັບຄໍາໂອ້ລົມ, ຂອບໃຈ ແລະ ມອບກະຕ່າອວຍພອນທ່ານປະທານສານປະຊາຊົນສູງສຸດ ແລະ ພິທີ ກໍໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ