30/11/2024
#ຊົມເຊີຍຜົນສໍາເລັດຂອງກອງປະຊຸມສະມາຄົມປະກັນສັງຄົມອາຊຽນ (ASSA) ຄັ້ງທີ 41 ທີ່ ປະເທດຟິລິບປິນ
…………………………………
ກອງປະຊຸມສະມາຄົມປະກັນສັງຄົມອາຊຽນ ASSA ຄັ້ງທີ 41 ໄດ້ໄຂຂື້ນ ຢ່າງເປັນທາງການໃນລະຫວ່າງວັນທີ 25-27 ພະຈິກ 2024 ທີ່ ນະຄອນຫຼວງມະນິລາ ປະເທດ ຟິລິບປິນ ຊຶ່ງໃນປີນີ້ແມ່ນ ປະກັນສັງຄົມພາກລັດ GSIS ເປັນເຈົ້າພາບ. ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ທິດທາງການເຊື່ອມໂຍງ, ການນຳໃຊ້ເຕັກໂນໂລຊີ ແລະ ການຂະຫຍາຍການປົກຄຸມດ້ານປະກັນສັງຄົມໃນບັນດາປະເທດອາຊຽນ”.
ປະທານກອງປະຊຸມ ASSA ຄັ້ງນີ້ ແມ່ນທ່ານ AHMAD ZULQARNAIN ONN ຜູ້ອຳນວຍການກອງທຶນສໍາຮອງລ້ຽງຊີບຂອງມາເລເຊຍ, ມີຜູ້ເຂົ້າຮ່ວມບັນດາປະເທດສະມາຊິກສະມະຄົມປະກັນສັງຄົມອາຊຽນ 10 ປະເທດ, ມີບັນດາເອກອັກຄະລັດຖະທູດປະຈໍາຟິລີບປິນ, ມີຜູ້ຕາງໜ້າອົງການຈັດຕັ້ງຂອງລັດຖະບານຟິລິບປິນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມງານ ລວມທັງໝົດ 100 ກ່ວາທ່ານ ໃນນັ້ນລວມມີ ອົງການປະກັນສັງຄົມແຫ່ງຊາດ ລາວ ນໍາທີມເຂົ້າຮ່ວມໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ.
ທ່ານປະທານສະມາຄົມປະກັນສັງຄົມອາຊຽນ ໄດ້ກ່າວໃນກອງປະຊຸມ ASSA ຄັ້ງທີ 41 ວ່າ: ໃນຂະນະທີ່ພວກເຮົາພວມກ້າວໄປຂ້າງໜ້າ ກໍ່ມີຫຼາຍຢ່າງທີ່ຍັງເປັນສິ່ງທ້າທາຍໂດຍສະເພາະຕາມບົດລາຍງານການປົກປ້ອງສັງຄົມໂລກ ໃນປີ 2024-2026 ຂອງ ອົງການແຮງງານສາກົນ ໃຫ້ຮູ້ວ່າ: ມີພຽງ 45.9% ຂອງປະຊາກອນອາຊຽນ ໄດ້ຮັບການປົກປ້ອງທາງສັງຄົມ ບໍ່ລວມການປະກັນສຸຂະພາບ ຊຶ່ງຢູ່ໃນລະດັບຕໍ່າກ່ວາລະດັບສະເລ່ຍທົ່ວໂລກ 52.4% ນັ້ນໝາຍເຖີງຄວາມຈໍາເປັນອັນຮີບດ່ວນ ເພື່ອເສີມສ້າງລະບົບການປົກປ້ອງສັງຄົມ ແລະ ຂະຫຍາຍການຄຸ້ມຄອງໃຫ້ຮັບປະກັນບໍ່ປະໃຜໄວ້ຂ້າງຫຼັງ ແລະ ພວກເຮົາຕ້ອງກຽມພ້ອມຮັບມືຕໍ່ ບັນຫາສັງຄົມທີ່ບໍ່ມີຄວາມສົມດູນຂອງປະຊາກອນໂດຍຈະມີຈຳນວນຜູ້ສູງອາຍຸທີ່ຈະເພິ່ມຂື້ນໃນບັນດາປະເທດອາຊຽນໃນອານາຄົດ, ບັນຫາແຮງງານນອກລະບົບຊຶ່ງມີປະມານ 244 ລ້ານຄົນໃນພາກພື້ນທີ່ມີລາຍຮັບບໍ່ແນ່ນອນ ກວມເອົາເກືອບ 79% ຂອງແຮງງານປະຊາກອນ ລື່ນລະດັບສະເລ່ຍທົ່ວໂລກທີ່ 61% ແລະ ອາຊີປາຊີຟິກສະເລ່ຍ 68%, ກຸ່ມຄົນເຫຼົ່ານີ້ິ ບໍ່ມີຄວາມສະຖຽນລະພາບທາງດ້ານເສດຖະກິດ, ຈໍາກັດການເຂົ້າເຖິງການປິ່ນປົວ, ບໍ່ໄດ້ຮັບການອຸດໜູນບໍານານ ແລະ ການເຮັດວຽກມີຄວາມສ່ຽງ ບໍ່ມີປອດໄພ, ບັນຫາການເຄື່ອນຍ້າຍແຮງງານຂ້າມຊາຍແດນໃນອາຊຽນ ມີແຮງງານເຄື່ອນຍ້າຍປະມານ 09 ລ້ານຄົນ ໃນນັ້ນເກືອບ 07 ລ້ານຄົນເປັນແຮງງານເຄື່ອນຍ້າຍພາຍໃນພາກພື້ນແຮງງານເຄື່ອນຍ້າຍຈະບໍ່ສາມາດເຂົ້າເຖິງການປະກັນສັງຄົມ, ບັນຫາການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນກະທົບຕໍ່ ການກະສິກໍາ, ການທ່ອງທ່ຽວ, ຄວາມຕ້ອງການພະລັງງານ, ການຜະລິດ, ສຸຂະພາບຂອງມະນຸດ ແລະ ລະບົບນິເວດ ໂດຍສະເພາະ ໄພພິບັດທາງທໍາມະຊາດ. ທ່ານໄດ້ຮຽກຮ້ອງໃຫ້ບັນດາປະເທດສະຊິກ ແລະ ທຸກພາກສ່ວນຈົ່ງໃຫ້ຄວາມສຳຄັນ ແລະ ຮ່ວມມືກັນແກ້ໄຂບັນຫາດັ່ງກ່າວ.
ຈຸດປະສົງຫຼັກຂອງກອງປະຊຸມ ASSA (1) ແມ່ນເພື່ອ ຈັດການປະຊຸມສະພາບໍລິຫານຂອງສະມາຄົມປະກັນສັງຄົມອາຊຽນ ASSA ເພື່ອທົບທວນຄືນຄວາມເປັນເອກະພາບບົດບັນທຶກກອງປະຊຸມ ແລະ ບັນຫາທີ່ໄດ້ເອກະພາບໃນກອງປະຊຸມຜ່ານມາເປັນຕົ້ນ ລະບຽບ ແລະ ເງື່ອນໄຂການເຂົ້າເປັນສະມາຊິກ ASSA , ການສ້າງຕັ້ງກອງເລຂາ ເຄິ່ງຖາວອນວອນ ຫຼື ຖາວອນ, ສັນຍາວ່າດ້ວຍຄວາມຍືນຍົງຂອງ ASSA , ເອກະພາບແຜນກິດຈະກໍາ ASSA ປະຈໍາປີ 2025, ຄະນະກຳມະການສະພາບໍລິຫານ ASSA ເຫັນດີແຕ່ງຕັ້ງປະທານ ASSA ປະຈໍາປີ 2024-2025 ແລະ ປະເທດບູຣໄນເປັນເຈົ້າພາບຈັດກອງປະຊຸມ ASSA ຄັ້ງ 42 ຊຶ່ງຫົວຂໍ້ຫຼັກຂອງກອງປະຊຸມແມ່ນ ຈະປຶກສາກ່ຽວກັບການປະກັນສັງຄົມຕໍ່ແຮງງານເຄື່ອນຍ້າຍ ແລະ ບັນຫາຄຸ້ມຄອງບໍລິຫານ, ກອງປະຊຸມຍັງໄດ້ມີການມອບລາງວັນການຈັດຕັງປະຕິບັດໃຫ້ບັນດາອົງກອນສະມາຊິກ 18 ອົງກອນ. (2) ເພື່ອແລກປ່ຽນບົດຮຽນທີ່ດີໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຂອງບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ ຊຶ່ງກອງປະຊຸມຄັ້ງນີ້ມີການສະເໜີຫົວຂໍ້: ຄວາມຍືນຍົງຂອງກອງທຶນບໍານານຟິລິບປິນ, ທ່າອ່ຽງ ແລະ ຄວາມທ້າທາຍຕໍ່ປະກັນສັງຄົມມາເລເຊຍ, ການແນະນໍາ ແລະ ການແຕ່ງຕັ້ງຜູ້ບໍລິຫານກອງທຶນບໍານານແຫ່ງຊາດຂອງບຣູໄນ, ການຈັດການລະບົບຂໍ້ມູນເພື່ອຄຸ້ມຄອງລະບົບປະກັນສຸຂະພາບທຸກຖ້ວນໜ້າຂອງໄທ, ການແນະນຳໂຄງສ້າງອົງຄະກອນ ແລະ ວິທີການນຳໃຊ້ແກ່ກິດຈະກຳການກວດສອບຂອງສັງຄົມປະກັນສັງຄົມຂອງປະເທດຫວຽດນາມ, ການລິເລີ່ມໂຄງການປະກັນສຸຂະພາບແກ່ແຮງງານອິດສະຫຼະໃນກໍາປູເຈ້ຍ, ປະກັນສັງຄົມແຮງງານອິດສະຫຼະ ISSA, ການສ້າງຄວາມເຂັ້ມແຂງປະກັນສັງຄົມໄທດ້ວຍເທັກໂນໂລຢີ, ສ້າງຄວາມເຂົ້າໃຈໃນຂະບວນການພັດທະນາບັນດາອຸດໜູນຂອງຟິລິບປິນ, ຜົນສຳຫຼວດການຄຸ້ມຄອງດ້ານປະກັນສັງຄົມຕໍ່ເພດໃນພາກພື້ນອາຊີປາຊີຟິກ ຂອງ ADB ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການລາຍງານຂອງຜູ້ຊ່ຽວຊານສາກົນກ່ຽວກັບທ່າອ່ຽງຂອງໂລກ ແລະ ບົດຮຽນທີ່ພົ້ນເດັ່ນໃນວຽກງານປົກປ້ອງທາງສັງຄົມ.