EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ຮັບບໍລິການວຽກກໍ່ສ້າງຕາຂ່າຍໄຟຟ້າ,ໃຫ້ຄຳປືກສາດ້ານໄຟຟ້າ,​ໃຫ້ເຊົ່າຈັກໄຟສຳຮອງ �

ສາຂານະຄອນຫຼວງ1 ສຳເລັດໃນການສ້ອມແປງລະບົບຕາຂ່າຍແຮງດັນຕ່ຳ 0,4 ກິໂລໂວນ.…………………………………………………………………………………………………………………ວັນທີ 10 ກັ...
10/09/2024

ສາຂານະຄອນຫຼວງ1 ສຳເລັດໃນການສ້ອມແປງລະບົບຕາຂ່າຍແຮງດັນຕ່ຳ 0,4 ກິໂລໂວນ.…………………………………………………………………………………………………………………
ວັນທີ 10 ກັນຍາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສີນ ລົງປະຕິບັດວຽກງານພາຍຫຼັງທີ່ລະບົບຕາຂ່າຍແຮງດັນຕ່ຳ 0,4 ກິໂລໂວນເກີດອັກຄີໄພໃນຕອນແລງຂອງວັນທີ 9 ກັນຍາ 2024.ເຊິ່ງລວມມີອຸປະກອນທີ່ນຳໃຊ້ເຂົ້າໃນການສ້ອມແປງເຊັ່ນ:ບູລີລາງ4 ຈຳນວນ 03 ຊຸດ,ອຳມະລ໊ອດສາຍສຸດເບີ160 ຈຳນວນ 08 ອັນ,ກະລິບAL/CU 16/150 ຈຳນວນ 08 ອັນ,ສາຍAL 1X150 ມິນລີຕາແມັດ ຄວາມຍາວ 300 ແມັດ,ບູລອງ300 ຈຳນວນ 04 ໂຕ ແລະ ຜ້າຢາງຄຽນສາຍ0,4 ຈຳນວນ 05 ກໍ້.ຢູ່ບ້ານ ສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ສຳເລັດວຽກງານເວລາ: 13:00ໂມງ.
ທຸກທ່ານຈົ່ງມີສະຕິສູງ ໃນການຊົມໃຊ້ກະແສໄຟຟ້າ ເພື່ອຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ.
……………………………………………………………………………………………………………………
ຫາກທ່ານພົບເຫັນ ຕົ້ນໄມ້ຫັກທັບ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎️ ສາຍດ່ວນ Callcenter 1199
Whats App 020 52405558
ພາບ-ຂ່າວ: ກິ່ງແກ້ວ ຂຸນສຸວັນ

ແຈ້ງການມອດໄຟ ວັນທີ 12/9/2024
10/09/2024

ແຈ້ງການມອດໄຟ ວັນທີ 12/9/2024

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22/0,4 ກິໂລໂວນ.…………………………………………………………………………………………………………………ວັນທ...
10/09/2024

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22/0,4 ກິໂລໂວນ.…………………………………………………………………………………………………………………
ວັນທີ 10 ກັນຍາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສີນສືບຕໍ່ວຽກງານປະຈຳວັນ.ຕັດຕົ້ນໄມ້,ກິ່ງງ່າອອກຈາກແລວສາຍຕາຂ່າຍ ແລະ ເຄືອໄມ້ທີ່ຫຸ້ມເສົາໄຟຟ້າກ້ຽວຈ່ອງສາຍໄຟ,ຕາມແລວສາຍແຈກ ດ້ານຫຼັງໂຮງແຮມແລນມາກ. ເມືອງສີສັດນະນາກນະຄອນຫຼວງວຽງ ເພື່ອເປັນການປ້ອງກັນບໍ່ໃຫ້ມີກະແສໄຟຟ້າຮົ່ວໄຫຼຜ່ານຕົ້ນໄມ້ ແລະ ເຄືອໄມ້ຫຼີກເວັ້ນຈາກອຸປະຕິເຫດໄຟຕົກ,ໄຟມອດ ແລະ ໄພອັນຕະລາຍຈາກກະແສໄຟຟ້າ.………………………………………………………………………………………………………………
ໃນຊ່ວງລະດູຝົນທຸກຄົນ ຈົ່ງມີສະຕິ ໃນການນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ.
……………………………………………………………………………………………………………
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
ສາຍດ່ວນ Callcenter 1199
Whats App 020 52405558

ສາຂານະຄອນຫຼວງ1 ສືບຕໍ່ ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22 / 0,4 ກິໂລໂວນ................................................
09/09/2024

ສາຂານະຄອນຫຼວງ1 ສືບຕໍ່ ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22 / 0,4 ກິໂລໂວນ..............................................................................................................
ວັນທີ 9 ກັນຍາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສີນສືບຕໍ່ວຽກງານປະຈຳວັນ. ຕັດຕົ້ນໄມ້,ກິ່ງງ່າອອກຈາກແລວສາຍຕາຂ່າຍ ແລະ ເຄືອໄມ້ ທີ່ຫຸ້ມເສົາໄຟຟ້າກ້ຽວຈ່ອງສາຍໄຟ,ຕາມແລວສາຍແຈກMss11.1 ບ້ານ ໂພນສະຫວາດເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.ເປັນການປ້ອງກັນບໍ່ໃຫ້ມີກະແສໄຟຮົ່ວໄຫຼຜ່ານຕົ້ນໄມ້ ແລະ ເຄືອໄມ້ ຫຼີກເວັ້ນຈາກອຸປະຕິເຫດໄຟຕົກໄຟມອດ ແລະ ໄພອັນຕະລາຍຈາກກະແສໄຟຟ້າ.
ໃນຊ່ວງລະດູຝົນທຸກຄົນ ຈົ່ງມີສະຕິ ໃນການນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ. ..............................................................................................................ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎ສາຍດ່ວນ Call Center 1199
Whatapp: 020 52405558
ພາບ: ຈາກທິມງານພາກສະໜາມ
ຂ່າວ: ກິ່ງແກ້ວ ຂຸນສຸວັນ

ສາຂານະຄອນຫຼວງ1 ສຳເລັດການເກັບກູ້ ແລະ ຮື້ຖອນລະບົບຕາຂ່າຍ 22 ກິໂລໂວນ...........................................................
09/09/2024

ສາຂານະຄອນຫຼວງ1 ສຳເລັດການເກັບກູ້ ແລະ ຮື້ຖອນລະບົບຕາຂ່າຍ 22 ກິໂລໂວນ..............................................................................................................
ວັນທີ 9 ກັນຍາ 2024 ເວລາ 10:00ໂມງ ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ໜ່ວຍງານໝໍ້ແປງ ລົງປະຕິບັດວຽກງານ ເກັບກູ້ ແລະ ຮື້ຖອນລະບົບຕາຂ່າຍ 22 ກິໂລໂວນ ຈຳນວນ 01 ວົງຈອນ.ເຊິ່ງລວມມີອຸປະກອນຕ່າງໆເຊັ່ນ:ເກັບກູ້ສາຍ 120 ແມັດວົງຈອນ(ຄວາມຍາວ 360 ແມັດ),ກູ້ໝໍ້ແປງ ຍີ່ຫໍ້ TUSCO ຂະໜາດ 500 ກິໂລໂວນອຳແປ ຈຳນວນ 01 ໜ່ວຍ,ຮື້ຖອນເສົາຄອນກຣີດ 12 ແມັດ ຈຳນວນ 05 ຕົ້ນ, CT ຈໍານວນ 02 ໜ່ວຍ ແລະ VT ຈໍານວນ 02 ໜ່ວຍ.ອອກຈາກສະຖານທີ່ຂອງ ໂຄງການ ປັບປຸງ ແລະ ກໍ່ສ້າງ ສວນປະຕູໄຊ ພາກຂະຫຍາຍ (ໄລຍະທີ1). ນະຄອນຫຼວງວຽງຈັນ.
ສຳເລັດການປະຕິບັດງານເວລາ 15:00ໂມງ.
ຈົ່ງມີສະຕິ ໃນການນໍາໃຊ້ກະແສໄຟຟ້າ,ໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າໄດ້. ..............................................................................................................ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎ສາຍດ່ວນ Call Center 1199
Whatapp: 020 52405558
ພາບ-ຂ່າວ: ກິ່ງແກ້ວ ຂຸນສຸວັນ

ບຳລຸງຮັກສາ ສະຖານີໄຟຟ້າໂພນຕ້ອງ ------------------------------------------------------------------------ເພື່ອສະໜອງພະລັງງານ...
09/09/2024

ບຳລຸງຮັກສາ ສະຖານີໄຟຟ້າໂພນຕ້ອງ

------------------------------------------------------------------------

ເພື່ອສະໜອງພະລັງງານໄຟຟ້າໃຫ້ກັບບັນດາສະຖານີທີ່ສົ່ງໄຟຟ້າໃຫ້ຜູ້ຊົມໃຊ້ໄຟຟ້າພຽງພໍ, ເພື່ອເປັນການຮອງຮັບ ແລະ ຮັບປະກັນ ລະບົບໄຟໃຫ້ມີສະຖຽນລະພາບປາສະຈາກບັນຫາ ໄຟຕົກ-ໄຟມອດ
ວັນທີ 09 ກັນຍາ 2024 ຄະນະສາຂານະຄອນຫລວງ1ລົງຕິດຕາມຊີ້ນຳນຳພາຫ້ອງການຄຸ້ມຄອງສາຍສົ່ງ ແລະ ສະຖານີ ສາຂານະຄອນຫຼວງ1 ບຳລຸງຮັກສາສະຖານີໄຟຟ້າໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງໄດ້ອະນາໄມ ບຳລຸງຮັກສາຫມໍ້ແປງແຮງດັນ 115 ກິໂລໂວນຈຳນວນ ແລະ ທົດສອບລະບົບປ້ອງກັນ, ຕູ້ຄວບຄຸມລະບົບໄຟຟ້າແຮງສູງ 115 ກິໂລໂວນ, ອະນາໄມດອກກັນໄຟ, ກວດກາເຊັກນ໋ອດຕາມຈຸດຕໍ່ທີມີຄວາມສ່ຽງກໍໃຫ້ເກີດມີຈຸດຮ້ອນເປື່ອຍ ແລະ ອຸປະກອນໄຟຟ້າອີກຫຼາຍຢ່າງ.
Call center 1199 ຫລື ໂທ: 020 52405558

ໃນວັນທີ 07/09/2024  ເວລາ 9:00-16:00ໂມງ ສາຂານະຄອນຫຼວງ1 ໄດ້ສຶບຕໍ່ປັບປຸງລະບົບໄຟຟ້າ22 ກິໂລໂວນ ແຕ່ ໄຟແດງໄອເຕັກ ຫາວົງວຽນອ່າງນ້...
07/09/2024

ໃນວັນທີ 07/09/2024 ເວລາ 9:00-16:00ໂມງ ສາຂານະຄອນຫຼວງ1 ໄດ້ສຶບຕໍ່ປັບປຸງລະບົບໄຟຟ້າ22 ກິໂລໂວນ ແຕ່ ໄຟແດງໄອເຕັກ ຫາວົງວຽນອ່າງນ້ຳ ບ້ານ ໂພນທັນ ເພື່ອປ່ຽນຖ່າຍອຸປະກອນໄຟຟ້າພາກ 22 ກິໂລໂວນ (ປ່ຽນດອກກັນໄຟ22ກິໂລໂວນ).

ດັ່ງນັ້ນ, ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ .
…………………………………
ສາຍດ່ວນໄຟຟ້າລາວ 1199

ສາຂານະຄອນຫຼວງ1 ອອກແຮງງານລວມ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດອາຊຽນວັນທີ 06 ກັນຍາ 2024 ຫ້ອງການຄຸ້ມຄອງສາຍສົ່ງ ແລະ ສະຖານີໄຟຟ...
07/09/2024

ສາຂານະຄອນຫຼວງ1 ອອກແຮງງານລວມ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ

ວັນທີ 06 ກັນຍາ 2024 ຫ້ອງການຄຸ້ມຄອງສາຍສົ່ງ ແລະ ສະຖານີໄຟຟ້າ ສາຂານະຄອນຫຼວງ1 ເຂົ້າຮ່ວມອອກແຮງງານ ສົມທົບກັບອຳນາດການປົກຄອງບ້ານໂພນສະຫວ່າງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອອະນາໄມປັດກວດຕາມເສັ້ນທາງໂຮງໝໍມິດຕະພາບ (150ຕຽງ) ເພື່ອເຮັດໃຫ້ເສັ້ນທາງຕ່າງໆໃນຂອບເຂດນະຄອນຫຼວງວຽງຈັນມີຄວາມສວຍສົດງົດງາມ ເພື່ອກຽມຂ່ຳນັບຮັບຕ້ອນກອງປະຊຸມ ອາຊຽນທີ່ລາວເປັນເຈົ້າປະຈຳປີ 2024 ຕາມທິດຊີ້ນຳ ເຈົ້າຄອງນະຄອນຫຼວງວຽງຈັນ............................................................................................................
ລະດູຝົນ ຈົ່ງມີສະຕິ ຊົມໃຊ້ກະແສໄຟຟ້າໃຫ້ຖືກຕ້ອງຕາມເຕັກນິກໄຟຟ້າລາວ..........................................................................................................
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟຟ້າ, ໄຟຟ້າຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆກ່ຽວກັບໄຟຟ້າ. .............................................................................................................

ສາຍດ່ວນ Call Center 1199
Whatapp: 020 52405558

ໃນວັນທີ 07/09/2024  ເວລາ 6:00-9:00 ໂມງ ສາຂານະຄອນຫຼວງ1 ໄດ້ທຳການມອດໄຟ ແຕ່ ໂຕໂຢຕ້າ (ບ້ານຮ່ອງແກ່) ລົງມາຫາ ປກສ ນະຄອນຫຼວງ (ບ້າ...
07/09/2024

ໃນວັນທີ 07/09/2024 ເວລາ 6:00-9:00 ໂມງ ສາຂານະຄອນຫຼວງ1 ໄດ້ທຳການມອດໄຟ ແຕ່ ໂຕໂຢຕ້າ (ບ້ານຮ່ອງແກ່) ລົງມາຫາ ປກສ ນະຄອນຫຼວງ (ບ້ານໂພນປ່າເປົ້າ) ເພື່ອປ່ຽນຖ່າຍອຸປະກອນໄຟຟ້າພາກ 22 ກິໂລໂວນ ປັບປຸງລະບົບ ຕາຂ່າຍ(ປ່ຽນດອກກັນໄຟ).

ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ .
…………………………………
ສາຍດ່ວນໄຟຟ້າລາວ 1199

ສາຂານະຄອນຫຼວງ1 ສຳເລັດການປ່ຽນແລວທາງປ່ອຍໄຟ.…………………………………………………………………………………………………………………………………ວັນທີ 6 ກັນຍາ 2024 ຫ້ອງການຄຸ້ມ...
06/09/2024

ສາຂານະຄອນຫຼວງ1 ສຳເລັດການປ່ຽນແລວທາງປ່ອຍໄຟ.
…………………………………………………………………………………………………………………………………
ວັນທີ 6 ກັນຍາ 2024 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ປະຕິບັດວຽກງານສຸກເສີນອັນຮີບດ່ວນປ່ຽນແລວທາງໄຟເນື່ອງຈາກຄວາມຈຳເປັນທີ່ຈະມອດໄຟປະຕິບັດວຽກງານທາງໄຟຟ້າບໍ່ໄດ້.ສະນັ້ນທາງໄຟຟ້າລາວສາຂານະຄອນຫຼວງ1ຈຶ່ງໄດ້ຊອກທາງວິທີແກ້ໄຂປ່ຽນແລວທາງໄຟເພື່ອຄວາມສະດວກໃນການຊົມໃຊ້ດ່ວນ.ເຊິ່ງໄດ້ປ່ຽນຈາກMSS12.8 ໃຫ້ມາກີນໄຟ MSS3.1 ສຳເລັດ.ຢູ່ຂອບເຂດບ້ານ ຮ່ອງແກ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.…………………………………………………………………………………………………………………………………
ທຸກທ່ານຈົ່ງມີສະຕິໃນການຊົມໃຊ້ກະແສໄຟຟ້າ ເພື່ອກໍ່ໃຫ້ເກີດຜົນປະໂຫຍດ.
…………………………………………………………………………………………………………………………………………
ຖ້າທ່ານພົບເຫັນ ຕົ້ນໄມ້ຫັກທັບ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎️ ສາຍດ່ວນ Callcenter 1199
Whats App 020 52405558

📣ແຈ້ງການເລື່ອນເວລາການມອດໄຟ📣   ໃນວັນທີ 07/09/2024 :1. ເວລາ 6:00-9:00 ໂມງ ມອດໄຟແຕ່ ໂຕໂຢຕ້າ (ບ້ານຮ່ອງແກ່) ລົງມາຫາ ປກສ ນະຄອນ...
06/09/2024

📣ແຈ້ງການເລື່ອນເວລາການມອດໄຟ📣
ໃນວັນທີ 07/09/2024 :
1. ເວລາ 6:00-9:00 ໂມງ ມອດໄຟແຕ່ ໂຕໂຢຕ້າ (ບ້ານຮ່ອງແກ່) ລົງມາຫາ ປກສ ນະຄອນຫຼວງ (ບ້ານໂພນປ່າເປົ້າ)
2. ⁠ເວລາ 9:00-17:00ໂມງ ມອດໄຟແຕ່ ອ່າງນໍ້າປະປາ ບ້ານໂພນທັນ ຫາ ໄຟແດງໂພນທັນ

ເນື່ອງຈາກຫລາຍລູກຄ້າມີເຫດຈຳເປັນໃນຊ້ວງເວລາດັ່ງກ່າວ
ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ
………………………….
ສອບຖາມຂໍ້ມູນເພີ່ມຕື່ມ ☎️ Call Center 1199

ແຈ້ງການມອດໄຟ ວັນທີ 07,08 ກັນຍາ 2024
06/09/2024

ແຈ້ງການມອດໄຟ ວັນທີ 07,08 ກັນຍາ 2024

ເພື່ອເປັນການຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ແລະ ເປັນການກະກຽມການສະຫນອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ.......................
06/09/2024

ເພື່ອເປັນການຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ແລະ ເປັນການກະກຽມການສະຫນອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ.............................................
ຕອນເຊົ້າ ວັນທີ 6 ກັນຍາ 2024 ທ່ານ ໂພໄຊ ພົມມະທຳ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຕິດຕາມ ນຳພາຊີ້ນຳ ອ້າຍນ້ອງພະນັກງານ-ກຳມະກອນໄຟຟ້າລາວ ສາຂານະຄອນຫຼວງ1 ປະຕິບັດວຽກລະດົມຕັດງ່າໄມ້, ຕັດເຄືອໄມ້ ອອກຈາກແລວສາຍແຈກ ແບບບໍ່ມອດໄຟ ໂດຍການເຂົ້າຮ່ວມວຽກງານໃນຄັ້ງນີ້ ປະກອບມີ ທ່ານ ສົມໄຊ ອອ່ນໄຊວຽງ ຫົວຫນ້າສາຂາໄຟຟ້ານະຄອນຫລວງ1 ພ້ອມດ້ວຍຄະນະສາຂາ,ຄະນະຫ້ອງການຄຸ້ມຄອງລະບົບ, ຄະນະຫ້ອງການສ້ອມແປງໄຟຟ້າສຸກເສີນ ຄະນະຫ້ອງການເຕັກນິກ-ວາງແຜນລະບົບ ,ຄະນະຫ້ອງການຈັດຕັ້ງ- ບໍລິຫານ ຄະນະຫ້ອງການ 4 ເມືອງໃນ ແລະອ້າຍນ້ອງ ຈາກສາມອົງການຕັດຕັ້ງມະຫາຊົນເຂົ້າຮ່ວມລວມທັງຫມົດ​88 ຄົນ​ ແບ່ງອອກເປັນ 7ທີມ ນອກຈາກກໍ່ຍັງມີບໍລິສັດທີ່ໄດ້ປະກອບຊສ່ວນມີ ບໍລິສັດ ເຄພີລາວ ຂາອອກ-ຂາເຂົ້າ ຈຳກັດ ປະກອບສ່ວນ ລົດເຄັນ-ອູ່ພ້ອມ ພະນັກງານຂັບລົດແລະວິຊາການຈຳນວນໜື່ງ ພ້ອມນ້ຳດື່ມ 6 ແພັກ ,ບລິສັດເອເຄອີທີໄຟຟ້າ ແລະ ຂົນສົ່ງຈຳກັດ ປະກອບສ່ວນລົດເຄນ ແລະລົດອູ່ ພ້ອມພະນັກງານເຂົ້າຮ່ວມ 10 ທ່ານ, ບໍລິສັດໂສພາ ປະກອບສ່ວນ ນ້ຳດື່ມ ແລະ ເຄື່ອງດື່ມ ຈຳນວນ 6ແພັກ ,​ເຊີ່ງເລີ່ມປະຕິບັດວຽກຕັດຕົ້ນໄມ້ຕາມແຜນດັ່ງນີ້:

- ແຕ່ສະຖານີຫນອງບຶກ​ ຫາໄຟແດງຊຳເກດ​ ຫາ​ ຕໍ່ເຂດຊຳເກດລວງຍາວ 8.​3ກິໂລແມັດ/ວົງຈອນ.
- 3ແຍກ9ລ້ຽວຫາບ້ານໃຫມ່ ຄວາມຍາວ​19. 2ກິໂລແມັດ/ວົງຈອນ
- ຕັດຕົ້ນໄມ້ແຕ່ສະຖານີປາກທ້າງຫາໄຟແດງຊຳເກດຫາຕໍ່ເຂດຊຳເກດລວງຍາວ8.​3ກິໂລແມັດ/ວົງຈອນ.
- ແຕ່ສະຖານີຫນອງບຶກຫາໄຟແດງຫນອງບົວທອງ-ຫນອງປີງ-ບໍ່ນາງົວ-ຫນອງບົວທອງ ລວງຍາວ9.​8 ກິໂລແມັດ/ວົງຈອນ ເມືອງສີໂຄດຕະບອງ.
- ແຕ່ສະຖານີໂພນຕອ້ງສຸດແລວ​ ສາຍແຈກ.MS5.​1 ຄວາມຍາວ 6, 3 ກິໂລແມັດ/ວົງຈອນ​.
- ແຕ່ສະຖານີໂພນຕອ້ງສຸດສາຍແຈກ.MS5.​2 ຄວາມຍາວ7, 8/ກິໂລແມັດວົງຈອນ
- ແຕ່ສະຖານີທາດຫລວງສຸດສາຍແຈກ.MSS​ 3. 2.​ແລະ​ 3.3 ຄວາມຍາວ 10. 2ກິໂລແມັດ/ວົງຈອນ.

ເພື່ອເປັນການຫຼີກລ້ຽງບັນຫາໄຟຕົກ-ໄຟມອດ ແລະ ກະກຽມສະໜອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມອາຊຽນ. ............................................................................
ລະດູຝົນ ຈົ່ງມີສະຕິ ຊົມໃຊ້ກະແສໄຟຟ້າໃຫ້ຖືກຕ້ອງຕາມເຕັກນິກໄຟຟ້າລາວ............................................................................
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟຟ້າ, ໄຟຟ້າຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆກ່ຽວກັບໄຟຟ້າ.
ສາຍດ່ວນ Call Center 1199
Whatapp: 020 52405558

06/09/2024
ສາຂານະຄອນຫຼວງ1 ສຳເລັດການສ້ອມແປງສາຍຕາຂ່າຍ 0,4 ກິໂລໂວນ. .....................................................................
05/09/2024

ສາຂານະຄອນຫຼວງ1 ສຳເລັດການສ້ອມແປງສາຍຕາຂ່າຍ 0,4 ກິໂລໂວນ. .............................................................................................................
ວັນທີ 5 ກັນຍາ 2024 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ລົງປະຕິບັດວຽກງານ ສ້ອມແປງສາຍຕາຂ່າຍແຮງດັນຕ່ຳ 0,4 ກິໂລໂວນຂາດໃຊ້ການບໍ່ໄດ້.ຕິດຕັ້ງເສົາຄອນກຣີດ 8 ແມັດໃໝ່ ຈໍານວນ 06 ຕົ້ນ,ເສົາ 12 ແມັດ ຈໍານວນ 01 ຕົ້ນ. ດຶງສາຍຂະໜາດ 1X50 ມິນລີຕາແມັດ ຄວາມຍາວ 2800 ແມັດ.ຢູ່ບ້ານ ອ່າງໃຫຍ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ຈົ່ງມີສະຕິ ໃນການນໍາໃຊ້ກະແສໄຟຟ້າ,ໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າໄດ້. ..............................................................................................................ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎ສາຍດ່ວນ Call Center 1199
Whatapp: 020 52405558

ແຈ້ງການມອດໄຟ ວັນທີ 07/9/2024
05/09/2024

ແຈ້ງການມອດໄຟ ວັນທີ 07/9/2024

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22/0,4 ກິໂລໂວນ.…………………………………………………………………………………………………………………ວັນທ...
04/09/2024

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້-ເຄືອໄມ້ອອກຈາກແລວສາຍຕາຂ່າຍ 22/0,4 ກິໂລໂວນ.…………………………………………………………………………………………………………………
ວັນທີ 4 ກັນຍາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສີນສືບຕໍ່ວຽກງານປະຈຳວັນ.ຕັດຕົ້ນໄມ້,ກິ່ງງ່າອອກຈາກແລວສາຍຕາຂ່າຍ ແລະ ເຄືອໄມ້ທີ່ຫຸ້ມເສົາໄຟຟ້າກ້ຽວຈ່ອງສາຍໄຟ,ຕາມແລວສາຍແຈກ MSS15.11 ແລະ ສາຍແຈກ MSS3.6 ບ້ານ ໂນນຄໍ້ເໜືອ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.
ເປັນການປ້ອງກັນບໍ່ໃຫ້ມີກະແສໄຟຟ້າຮົ່ວໄຫຼຜ່ານຕົ້ນໄມ້ ແລະ ເຄືອໄມ້ຫຼີກເວັ້ນຈາກອຸປະຕິເຫດໄຟຕົກ,ໄຟມອດ ແລະ ໄພອັນຕະລາຍຈາກກະແສໄຟຟ້າ.………………………………………………………………………………………………………………
ໃນຊ່ວງລະດູຝົນທຸກຄົນ ຈົ່ງມີສະຕິ ໃນການນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ.
……………………………………………………………………………………………………………
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎️ ສາຍດ່ວນ Callcenter 1199
Whats App 020 52405558

ສາຂານະຄອນຫຼວງ1 ສ້ອມແປງ-ບຳລຸງຮັກສາລະບົບຕາຂ່າຍ 22 ກິໂລໂວນ.……………………………………………………………………………………………………………ວັນທີ 4 ກັນຍາ 2024 ເວລາ...
04/09/2024

ສາຂານະຄອນຫຼວງ1 ສ້ອມແປງ-ບຳລຸງຮັກສາລະບົບຕາຂ່າຍ 22 ກິໂລໂວນ.
……………………………………………………………………………………………………………
ວັນທີ 4 ກັນຍາ 2024 ເວລາ 10:00ໂມງ ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ໜ່ວຍງານໝໍ້ແປງລົງປະຕິບັດວຽກງານສ້ອມແປງສາຍກາບໃຕ້ດິນຂອງສາຍສົ່ງ MSH12.3.2 ຢູ່ຕໍ່ໜ້າສະຖານີທາດຫຼວງ ເຂດບ້ານທາດຫຼວງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.
ສຳເລັດການປະຕິບັດງານເວລາ 13:00ໂມງ.
ຈົ່ງມີສະຕິໃນການນຳໃຊ້ກະແສໄຟຟ້າ,ໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ.
……………………………………………………………………………………………………………………
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆກ່ຽວກັບໄຟຟ້າ.
☎️ ສາຍດ່ວນ Callcenter 1199
WhatsApp

⚡️ແຈ້ງມອດໄຟສຸກເສີນ⚡️ແລງວັນທີ 3/9/2024 ສາຂານະຄອນຫຼວງ1 ຂໍແຈ້ງ ມອດໄຟສຸກເສີນ ເຂດບ້ານຂາມງອຍ ຫາ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະ...
03/09/2024

⚡️ແຈ້ງມອດໄຟສຸກເສີນ⚡️

ແລງວັນທີ 3/9/2024 ສາຂານະຄອນຫຼວງ1 ຂໍແຈ້ງ ມອດໄຟສຸກເສີນ ເຂດບ້ານຂາມງອຍ ຫາ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈະໃຊ້ເວລາສ້ອມແປງ 30 ນາທີ ເພື່ອປ່ຽນຖ່າຍເຮືອນຟິວ 22 ກິໂລໂວນ.
ດັ່ງນັ້ນຈິ່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າເຂດບ້ານດັ່ງກ່າວໄດ້ຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກຄັ້ງນີ້ດ້ວຍ...................................................................
☎️ ສາຍດ່ວນໄຟຟ້າລາວ 1199

ສາຂານະຄອນຫຼວງ1 ສ້ອມແປງ-ບຳລຸງຮັກສາລະບົບຕາຂ່າຍ 22 ກິໂລໂວນ....................................................................
03/09/2024

ສາຂານະຄອນຫຼວງ1 ສ້ອມແປງ-ບຳລຸງຮັກສາລະບົບຕາຂ່າຍ 22 ກິໂລໂວນ..............................................................................................................
ຕອນບ່າຍວັນທີ 3 ກັນຍາ 2024 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ລົງປະຕິບັດວຽກງານ ສ້ອມແປງ ແລະ ປ່ຽນຖ່າຍຄອນສາຍແບບຄອນກຣີດ ຈຳນວນ 01 ຄອນ,ປ່ຽນດອກກັນໄຟຂາຕັ້ງຳນວນ 03 ດອກ ແລະ ສ້ອມແປງສາຍແຕກ ຂະໜາດ 240 ມິນລີຕາແມັດ ຄວາມຍາວ 150 ແມັດ.ໃນສາຍ MSH 5.1.1 ເຊິ່ງເປັນສາຍລຳລຽງຈາກສະຖານີສູ່ສະຖານີ ສາຍເຫດທີ່ເກີດຈາກໄພທຳມະຊາດ ໃນຂອບເຂດບ້ານ ໂພນພະເນົາ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ຈຸດປະສົງເພື່ອເຮັດໃຫ້ລະບົບມີປະສິດທິພາບໃນການສົ່ງຈ່າຍພະລັງງານ.
ການນໍາໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ນັ້ນເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າໄດ້. ..............................................................................................................
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎ສາຍດ່ວນ Call Center 1199
Whatapp: 020 52405558

📢ແຈ້ງສຸກເສີນ📢ສາຂານະຄອນຫລວງ1 ຂໍແຈ້ງເຖິງບັນດາຜູ້ຊົມໃຊ້ໄຟຟ້າເຂດບ້ານ ໂພນສະຫວ່າງ ເມືອງ ຈັນທະບູລີ , ໂພນພະເນົາ, ເມືອງໄຊເສດຖາ ແລ...
03/09/2024

📢ແຈ້ງສຸກເສີນ📢
ສາຂານະຄອນຫລວງ1 ຂໍແຈ້ງເຖິງບັນດາຜູ້ຊົມໃຊ້ໄຟຟ້າເຂດບ້ານ ໂພນສະຫວ່າງ ເມືອງ ຈັນທະບູລີ , ໂພນພະເນົາ, ເມືອງໄຊເສດຖາ ແລະ ບໍລິເວນເສັ້ນທາງໂພນພະເນົາ ນະຄອນຫຼວງວຽງຈັນຊາບວ່າ: ເວລາ 12:30-14:30 ຂອງວັນທີ03 ກັນຍາ 2024 ເກີດລະບົບ​ໄຟຟ້າຂັດຂ້ອງ​ ຈຶ່ງໄດ້ມອດໄຟເພື່ອສ້ອມແປງສາຍສົ່ງຢູ່ເຂດບໍລິເວນດັ່ງກ່າວ, ປະຈຸບັນ​ສາຂານະຄອນຫລວງ1​ ກຳລັງ​ເລັ່ງສ້ອມແປງແກ້ໄຂ

ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ

ສອບຖາມຂໍ້ມູນເພີ່ມຕື່ມ ☎️ Call Center 1199

ແຈ້ງການມອດໄຟ ວັນທີ 1/9/2024
31/08/2024

ແຈ້ງການມອດໄຟ ວັນທີ 1/9/2024

ເພື່ອເປັນການຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ແລະ ເປັນການກະກຽມການສະຫນອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ.......................
31/08/2024

ເພື່ອເປັນການຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ແລະ ເປັນການກະກຽມການສະຫນອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ.............................................
ຕອນເຊົ້າ ວັນທີ 31 ສິງຫາ 2024 ທ່ານ ໂພໄຊ ພົມມະທຳ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຕິດຕາມ ນຳພາຊີ້ນຳ ອ້າຍນ້ອງພະນັກງານ-ກຳມະກອນໄຟຟ້າລາວ ສາຂານະຄອນຫຼວງ1 ປະຕິບັດວຽກລະດົມຕັດງ່າໄມ້, ຕັດເຄືອໄມ້ ອອກຈາກແລວສາຍແຈກ ແບບບໍ່ມອດໄຟ ໂດຍການເຂົ້າຮ່ວມວຽກງານໃນຄັ້ງນີ້ ປະກອບມີ ທ່ານ ສົມໄຊ ອອ່ນໄຊວຽງ ຫົວຫນ້າສາຂາໄຟຟ້ານະຄອນຫລວງ1 ພ້ອມດ້ວຍຄະນະສາຂາ,ຄະນະຫ້ອງການຄຸ້ມຄອງລະບົບ, ຄະນະຫ້ອງການສ້ອມແປງໄຟຟ້າສຸກເສີນ ຄະນະຫ້ອງການເຄັກນິກ ,ຄະນະຫ້ອງການ ບໍລິຫານ ຄະນະຫ້ອງການ ທຸລະກິດ ການເງີນ ແລະ ຈາກສາມອົງການຕັດຕັ້ງມະຫາຊົນເຂົ້າຮ່ວມ ເຊີ່ງເລີ່ມປະຕິບັດວຽກຕັດຕົ້ນໄມ້ເຂດບ້ານໂພນເຄັງ - ບ້ານໂພນພະເນົາ- ບ້ານວຽງຈະເລີນ - ບ້ານທາດຫຼວງ - ບ້ານໂພນປາເປົ້າ -ບ້ານຫາດອນກອຍ ຂອບເຂດເມືອງສີສັດຕະນາກ ຫາຂອບເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ເພື່ອເປັນການຫຼີກລ້ຽງບັນຫາໄຟຕົກ-ໄຟມອດ ແລະ ກະກຽມສະໜອງພະລັງງານໄຟຟ້າຮັບໃຊ້ກອງປະຊຸມອາຊຽນ. ............................................................................................................
ລະດູຝົນ ຈົ່ງມີສະຕິ ຊົມໃຊ້ກະແສໄຟຟ້າໃຫ້ຖືກຕ້ອງຕາມເຕັກນິກໄຟຟ້າລາວ..........................................................................................................
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟຟ້າ, ໄຟຟ້າຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆກ່ຽວກັບໄຟຟ້າ.
ສາຍດ່ວນ Call Center 1199
Whatapp: 020 52405558

📢ແຈ້ງສຸກເສີນ📢ສາຂານະຄອນຫລວງ1 ແຈ້ງເຖິງບັນດາຜູ້ຊົມໃຊ້ໄຟຟ້າໃນ ຕອນແລງວັນທີ30ສີງຫາ2024 ເກີດເຫດ​ໄຟຂັດຂ້ອງ​ ເຮັດໃຫ້​ໄຟດັບເປັນບໍລ...
30/08/2024

📢ແຈ້ງສຸກເສີນ📢
ສາຂານະຄອນຫລວງ1 ແຈ້ງເຖິງບັນດາຜູ້ຊົມໃຊ້ໄຟຟ້າໃນ ຕອນແລງວັນທີ30ສີງຫາ2024 ເກີດເຫດ​ໄຟຂັດຂ້ອງ​ ເຮັດໃຫ້​ໄຟດັບເປັນບໍລິເວນກ້ວາງ​ ປະຈຸບັນ​ສາຂານະຄອນຫລວງ1​ກຳລັງຍ້ອນໄຟມາຊວ່ຍ ແລະ​ເລັ່ງເກັບກູ້ລະບົບຄືນໃຫ້ກັບໃາໃຊ້ງານປົກກະຕິສະນັ້ນຈີ່ງຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ
ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ
ສອບຖາມຂໍ້ມູນເພີ່ມຕື່ມ ☎️ Call Center 1199

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ກຽມຄວາມພ້ອມເຂົ້າປະຈຳການ 24ຊົ່ວໂມງ  ເພື່ອຮັບປະກັນການສະໜອງໄຟຮັບໃຊ້ກອງປະຊຸມກອງປະຊຸມລັດຖ...
30/08/2024

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ກຽມຄວາມພ້ອມເຂົ້າປະຈຳການ 24ຊົ່ວໂມງ ເພື່ອຮັບປະກັນການສະໜອງໄຟຮັບໃຊ້ກອງປະຊຸມກອງປະຊຸມລັດຖະມົນຕີອາຊຽນ................................................................
ໃນລະຫວ່າງ ວັນທີ 25-30 ສິງຫາ 2024 ເພື່ອເປັນການສະໜອງໄຟໃຫ້ ແກ່ບັນດາໂຮງແຮມທີ່ທາງຜູ້ແທນເຂົ້າຮ່ວມປະຊຸມລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທີ່ລາວເປັນເຈົ້າພາບ ທາງລັດວິສາຫະກິດໄຟຟ້າລາວກໍ່ຄືສາຂານະຄອນຫຼວງ1 ໄດ້ມີການກຽມຄວາມພ້ອມ ອ້າຍນ້ອງພະນັກງານ ວິຊາການໄຟຟ້າລົງປະຈຳຢູ່ຕາມຈຸດຕ່າງໆ ໂດຍສະເພາະແມ່ນກຽມກຳລັງອ້າຍນ້ອງປະຈຳຢູ່ຕາມສະຖານທີ່ຈັດກອງປະຊຸມ ແລະ ໂຮງແຮມທີ່ເປັນສະຖານທີ່ພັກຂອງຄະນະຜູ້ແທນ . ເຊິ່ງມີອ້າຍນ້ອງພະນັກງານ ທັງໝົດ 47 ຄົນ . ປະກອບດວ້ຍ ຄະນະສາຂາຊີ້ນຳລວມ 2 ທ່ານ ແລະໄດ້ແບ່ງກຳລັງປະຈຳການ ເປັນ 5 ທີມ ໃນນີ້ປະກອບມີທີມເຄື່ອນທີ່ 3 ທີມ ແລະ ທີມປະຈຳຢູ່ຈຸດ ໂຮງແຮມອີກ 2 ທິມ.ຈຸດປະສົງ ເພື່ອກຽມຄວາມພ້ອມຕະຫຼອດ 24 ຊົ່ວໂມງ ໃນການ ແກ້ໄຂບັນຫາໄຟຂັດຂ້ອງໃຫ້ທັນສະພາບການ ແລະ ສະຫນອງໄຟຮັບກັນ100%.............................................
ສາຍດ່ວນໄຟຟ້າລາວ 1199

ສາຂານະຄອນຫຼວງ1 ບຳລຸງຮັກສາລະບົບຕາຂ່າຍ ກວດກາໄຟ 0,4 ກິໂລໂວນ ລົງດິນ............................................................
29/08/2024

ສາຂານະຄອນຫຼວງ1 ບຳລຸງຮັກສາລະບົບຕາຂ່າຍ ກວດກາໄຟ 0,4 ກິໂລໂວນ ລົງດິນ..............................................................................................................
ວັນທີ 30 ສິງຫາ 2024 ເວລາ 09:00ໂມງ ສາຂານະຄອນຫຼວງ1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ໜ່ວຍງານໝໍ້ແປງ ລົງປະຕິບັດວຽກງານກວດກາໄຟຮົ່ວໄຟລົງດິນ 02 ປ້ອມໝໍ້ແປງ: ຈຸດທີ1 ປ້ອມໝໍ້ແປງ ຢູ່ບ້ານ ຮ່ອງໄກ່ແກ້ວ.ຈຸດທີ 02 ປ້ອມໝໍ້ແປງ ບ້ານ ໜອງທາເໜືອ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ສາຍເຫດທີ່ພາໃຫ້ເກີດໄຟລົງດິນຂອງຈຸດທີ 01 ແມ່ນສາຍໄຟຮົ້ວບ້ານຊອດຕິດກັບໂຄງເຫຼັກຮົ້ວ.ສ້ອມແປງສຳເລັດ ແລະ ສ່ວນຈຸດທີ 02 ແມ່ນໄດ້ກວດກາລະອຽດແລ້ວແຕ່ບໍ່ພົບເຫັນໄຟຮົ່ວ(ປົກກະຕິດີ).
ສໍາເລັດການປະຕິບັດວຽກງານ ເວລາ 14:30ໂມງ.
ໃນຊ່ວງລະດູຝົນທຸກຄົນຈົ່ງມີສະຕິໃນການນຳໃຊ້ກະແສໄຟຟ້າເພື່ອຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າ...............................................................................................................................................................................
ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍ,ຊ໊ອດ-ໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ
ສາຍດ່ວນ Call center 1199
WhatsApp 020 52405558

29/08/2024

ແຈ້ງເຕືອນ: ເຝົ້າລະວັງຝົນຕົກນ້ຳຖ້ວມ
…………………………………………
#ລັດວິສາຫະກິດໄຟຟ້າລາວ

#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos

ສາຂານະຄອນຫຼວງ1 ສືບຕໍ່ຍົກຍ້າຍໝໍ້ນັບໄຟຂຶ້ນໄວ້ບ່ອນທີ່ສູງ......................................................................
28/08/2024

ສາຂານະຄອນຫຼວງ1 ສືບຕໍ່ຍົກຍ້າຍໝໍ້ນັບໄຟຂຶ້ນໄວ້ບ່ອນທີ່ສູງ..............................................................................................................
ວັນທີ 28 ສິງຫາ 2024 ຄະນະສາຂານະຄອນຫຼວງ1 ໄດ້ລົງໄປຊຸກຍູ້ ແລະ ຊີ້ນຳວຽກງານທີ່ທາງຫ້ອງການສູນເມືອງ ສີໂຄດຕະບອງໄດ້ສືບຕໍ່ດຳເນີນວຽກງານຍົກຍ້າຍໝໍ້ນັບໄຟຂຶ້ນໄວ້ບ່ອນສູງຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.ເນື່ອງຈາກວ່າບ້ານດັ່ງກ່າວນັ້ນໄດ້ຮັບຜົນກະທົບຖືກໄພນ້ຳຖ້ວມ.
ຈົ່ງມີສະຕິ ໃນການນໍາໃຊ້ກະແສໄຟຟ້າ,ໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍຈາກກະແສໄຟຟ້າໄດ້. ..............................................................................................................ຖ້າທ່ານພົບເຫັນຕົ້ນໄມ້ຫັກທັບສາຍໄຟ,ໄຟຊ໊ອດ,ໄຟໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.
☎ສາຍດ່ວນ Call Center 1199
Whatapp: 020 52405558

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້. .………………………………………………………………………………………………………………ວັນທີ 28 ສິງຫາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສ...
28/08/2024

ສາຂານະຄອນຫຼວງ1 ສືບຕໍ່ຕັດຕົ້ນໄມ້.
.………………………………………………………………………………………………………………
ວັນທີ 28 ສິງຫາ 2024 ຫ້ອງການສ້ອມແປງໄຟຟ້າສຸກເສີນ ຍັງສືບຕໍ່ຕັດຕົ້ນໄມ້,ເຄືອໄມ້ ອອກຈາກແລວສາຍຕາຂ່າຍ 22 ແລະ 0,4 ກິໂລໂວນ ສາຍແຈກ Mss 1.2 ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.………………………………………………………………………………………………
ກະແສໄຟຟ້າເປັນສິ່ງທີ່ສຳຜັດບໍ່ໄດ້ ສະນັ້ນທຸກທ່ານຈົ່ງມີສະຕິໃນການຊົມໃຊ້ກະແສໄຟຟ້າ.
ຖ້າທ່ານພົບເຫັນອຸປະຕິເຫດ ຫຼື ບັນຫາອື່ນໆກ່ຽວກັບໄຟຟ້າ.
ສາຍດ່ວນ Callcenter 1199
Whats App 020 52405558

ສາຂານະຄອນຫຼວງ1 ປ່ຽນຖ່າຍໝໍ້ແປງ..........................................................................................ວ...
28/08/2024

ສາຂານະຄອນຫຼວງ1 ປ່ຽນຖ່າຍໝໍ້ແປງ..........................................................................................
ວັນທີ 28 ສິງຫາ 2024 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ໜ່ວຍງານໝໍ້ແປງ ລົງປະຕິບັດວຽກງານປ່ຽນຖ່າຍໝໍ້ແປງ ໜ່ວຍເກົ່າ ຍີ່ຫໍ້ NANTONG ຂະໜາດ 250 ກິໂລໂວນອຳແປ ທີ່ໃຊ້ງານບໍ່ໄດ້ອອກ.ຕິດຕັ້ງໜ່ວຍໃໝ່ໃສ່ແທນ ຍີ່ຫໍ້ AKARAT ຂະໜາດ 250 ກິໂລໂວນອຳແປ.ຢູ່ບ້ານ ນາເລົ່າ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ......…………………………………………………………………………………………
ທຸກທ່ານ ຈົ່ງມີສະຕິສູງໃນການຊົມໃຊ້ກະແສໄຟຟ້າເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ແລະ ຫຼີກລ້ຽງໄພອັນຕະລາຍຈາກກະແສໄຟຟ້າ.
ຖ້າທ່ານພົບເຫັນອຸປະຕິເຫດຕ່າງໆກ່ຽວກັບໄຟຟ້າ.
ສາຍດ່ວນ Callcenter 1199
Whats App 020 52405558

Address

EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1, ບ້ານ ໜອງບຶກ, ເມືອງ ສີໂຄດຕະບອງ
Vientiane
ຕູ້ປນ309

Telephone

+8562052405558

Website

Alerts

Be the first to know and let us send you an email when EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Share


Other Public & Government Services in Vientiane

Show All